ວັນທີ 21 ກັນຍາ, ຕາມເວລາທ້ອງຖິ່ນ, ໃນຂອບເຂດການເດີນທາງໄປປະຕິບັດງານ ແລະ ເຂົ້າຮ່ວມກອງປະຊຸມຂັ້ນສູງສະມັດຊາໃຫຍ່ ສປຊ ຊຸດທີ 81, ການເຄື່ອນໄຫວສອງຝ່າຍຢູ່ນະຄອນ ນິວຢອກ, ອາເມລິກາ, , ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ ໄດ້ຕອບສຳພາດຕໍ່ນັກຂ່າວຂອງຊ່ອງໂທລະພາບ Bloomberg TV ຂອງສຳນັກຂ່າວສານ Bloomberg.
ນະທີ່ນີ້, ທ່ານ ໂຕເລິມ ຊີ້ແຈ້ງວ່າການເຂົ້າຮ່ວມ 81 ດ້ວຍຫົວຂໍ້ ຟື້ນຟູຄວາມໄວ້ເນື້ອເຊື່ອໃຈ , ຄຸ້ມຄອງການຫັນປ່ຽນ: ສປຊ ນຳມາເຊິ່ງໝາກຜົນໃຫ້ແກ່ທຸກໆປະເທດ”, ຫວຽດນາມ ບໍ່ພຽງແຕ່ມີຄວາມຫວັງຢ່າງຍິ່ງຈະປັບປຸງຄວາມໄວ້ເນື້ອເຊື່ອໃຈລະຫວ່າງບັນດາປະເທດເທົ່ານັ້ນ ຫາກຍັງພ້ອມກັນໂອ້ລົມສົນທະນາ, ແກ້ໄຂຄວາມແຕກຕ່າງກັນ ແລະ ເປັນເອກະພາບໃນການກະທຳເພື່ອຄວາມເປັນລະບຽບຮຽບຮ້ອຍຂອງໂລກທີ່ມີຄວາມຍຸຕິທຳ, ມະນຸດສະທຳ ໃນສັນຕິພາບ ແລະ ການຮ່ວມມື. ບຸລິມະສິດແຖວໜ້າຂອງ ຫວຽດນາມ ແມ່ນຟື້ນຟູ ແລະ ປັບປຸງຄວາມໄວ້ເນື້ອເຊື່ອໃຈບົນພື້ນຖານເຄົາລົບນັບຖືກົດບັດ ສປຊ ແລະ ກົດໝາຍສາກົນ. ຫວຽດນາມ ຢຶດໝັ້ນຕໍ່ແນວທາງເປັນເອກະລາດ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ແລະ ເປັນເຈົ້າຍຸດທະສາດ; ກຳນົດ ຮູບແບບພັດທະນາໃໝ່ອີງຕາມວິທະຍາສາດ, ເຕັກໂນໂລຢີ, ນະວັດຕະກຳ, ການຫັນເປັນດີຈີຕອນ ແລະ ແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ. ບົນພື້ນຖານນັ້ນ, ຫວຽດນາມ ພ້ອມແລ້ວທີ່ຈະກ້າວເຂົ້າໄລຍະປະກອບສ່ວນໃໝ່, ບໍ່ພຽງແຕ່ປະຕິບັດບັນດາຄຳໝັ້ນສັນຍາເທົ່ານັ້ນ ຫາກຍັງເປັນເຈົ້າການ, ຕັ້ງໜ້າໃນການສ້າງຕັ້ງມາດຕະການ, ແມ່ນສະມາຊິກທີ່ມີຄວາມຮັບຜິດຊອບຕໍ່ສັນຕິພາບ, ພັດທະນາແບບຍືນຍົງ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແລະ ກຳນົດຄືນການບໍລິຫານເຕັກໂນໂລຢີໃໝ່
