ຕອນເຊົ້າວັນທີ 13 ຕຸລາ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ເລມິນຶຮຶງ ໄດ້ໃຫ້ການຕ້ອນຮັບທ່ານພົນເອກ ຄຳລ້ຽງ ອຸທະໄກສອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດລາວ ທີ່ພວມຢ້ຽມຢາມຫວຽດນາມ ຢ່າງເປັນທາງການ, ເຂົ້າຮ່ວມການພົບປະປະຈຳປີລະຫວ່າງລັດຖະມົນຕີກະຊວງປ້ອງກັນປະເທດສາມປະເທດ ຫວຽດນາມ - ລາວ - ກຳປູເຈຍຄັ້ງທີ 10 ແລະ ເປັນສັກຂີພະຍານການຊ້ອມຮົບຮ່ວມກ່ຽວກັບການປ້ອງກັນພົນລະເຮືອນລະຫວ່າງກອງທັບສາມປະເທດ ຄັ້ງທີ 5. ນະທີ່ນີ້, ທ່ານ ເລມິນຮຶງ ສະເໜີສອງຝ່າຍສືບຕໍ່ເສີມຂະຫຍາຍບັນດາກົນໄກ, ຂໍ້ຕົກລົງຮ່ວມມືຢ່າງມີປະສິດທິຜົນ, ປັບປຸງຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ ຍຸດທະສາດ, ເພີ່ມທະວີການແບ່ງປັນ ແລະ ປົກປ້ອງຜົນປະໂຫຍດອັນຊອບທຳຂອງກັນ.
ສ່ວນທ່ານ ຄຳລ້ຽງ ອຸທະໄກສອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດລາວ ຢັ້ງຢືນວ່າກະຊວງປ້ອງກັນປະເທດ ລາວຈະສືບຕໍ່ປະສານສົມທົບກັບກະຊວງປ້ອງກັນປະເທດ ຫວຽດນາມ ຜັນຂະຫຍາຍບັນດາຂໍ້ຕົກລົງຂັ້ນສູງ ແລະ ຂໍ້ຕົກລົງລະຫວ່າງສອງກະຊວງຢ່າງມີປະສິດທິຜົນ.
