ຕອນເຊົ້າວັນທີ 25 ສິງຫາ, ເຂົ້າຮ່ວມພິທີສະຫຼອງ 20 ປີແຫ່ງສະມາຄົມວິສາຫະກິດຂະໜາດກາງ ແລະ ນ້ອຍ ຫວຽດນາມ ແລະ ຕ້ອນຮັບຫຼຽນໄຊແຮງງານຊັ້ນໜຶ່ງ, ທ່ານນາຍົກລັດຖະມົນຕີ ເລມິງຮຶງ ສະເໜີປະຊາຄົມວິສາຫະກິດ ຕ້ອງມີຄວາມມຸ່ງຫວັງເພື່ອກາຍເປັນວິສາຫະກິດໃຫຍ່ ແລະ ບືນຕົວອອກສູ່ພາກພື້ນ ແລະ ສາກົນ.
ທ່ານນາຍົກລັດຖະມົນຕີ ເລມິງຮຶງ ເນັ້ນໜັກເຖິງ ບົດບາດຫຼັກຂອງພາກສ່ວນເສດຖະກິດເອກະຊົນ, ພິເສດແມ່ນບັນດາວິສາຫະກິດຂະໜາດກາງ ແລະ ນ້ອຍໃນການປະຕິບັດເປົ້າໝາຍບັນລຸລະດັບເຕີບໂຕສອງຕົວເລກ ກໍ່ຄືໃນຍຸດທະສາດພັດທະນາປະເທດຊາດຮອດປີ 2030 ແລະ 2045. ດ້ວຍຈິດໃຈ “ລັດສ້າງສັນ, ສະມາຄົມເຊື່ອມຕໍ່, ວິສາຫະກິດນຳໜ້າ”, ທ່ານນາຍົກລັດຖະມົນຕີ ຮຽກຮ້ອງຍູ້ແຮງການຫຼຸດຜ່ອນ, ຫັນການປະຕິບັດລະບຽບການບໍລິຫານ, ເງື່ອນໄຂດຳເນີນທຸລະກິດ ແລະ ຄ່າໃຊ້ຈ່າຍໃນການປະຕິບັດຕາມກຳນົດ, ພິເສດແມ່ນຄືພາສີອາກອນ, ທີ່ດິນໃຫ້ເປັນງ່າຍດາຍ; ບູລະນະຮ່າງກົດໝາຍວ່າດ້ວຍການພັດທະນາວິສາຫະກິດຂະໜາດກາງ ແລະ ນ້ອຍໃຫ້ສົມບູນແບບ… ທ່ານນາຍົກລັດຖະມົນຕີ ເລມິງຮຶງ ເນັ້ນໜັກວ່າ:
ຕ້ອງປູກລ້ຽງຄວາມມຸ່ງຫວັງໃຫຍ່ ແລະ ເປັນເຈົ້າການໃນການຍົກລະດັບຕົນເອງ. ຈຸລະວິສາຫະກິດຕ້ອງສູ້ຊົນກາຍເປັນວິສາຫະກິດຂະໜາດນ້ອຍ, ວິສາຫະກິດຂະໜາດນ້ອຍຕ້ອງກາຍເປັນວິສາຫະກິດຂະໜາດກາງ, ວິສາຫະກິດຂະໜາດກາງຕ້ອງມີຄວາມວັງເພື່ອກາຍເປັນວິສາຫະກິດຂະໜາດໃຫຍ່ ແລະ ບືນຕົວອອກສູ່ພາກພື້ນ ແລະ ສາກົນ. ນະໂຍບາຍຂອງລັດ ແລະ ການໜູນຊ່ວຍຂອງສະມາຄົມແມ່ນສຳຄັນ ແຕ່ບໍ່ສາມາດປ່ຽນແທນຄວາມມານະພະຍາຍາມຂອງປະຊາຄົມວິສາຫະກິດໄດ້. ຖືວິທະຍາສາດເຕັກໂນໂລຢີ, ນະວັດຕະກຳ, ການຫັນເປັນດີຈີຕອນ, ຫັນເປັນສີຂຽວ ແລະ ຄຸນນະພາບແຫຼ່ງຊັບພະຍາກອນມະນຸດແມ່ນກຳລັງໜູນເພື່ອຍົກສູງສະມັດຕະພາບ, ມີຄວາມເປັນເຈົ້າການສ້າງໂຄງປະກອບຄືນໃໝ່, ຍົກສູງຄວາມສາມາດໃນການຄຸ້ມຄອງບໍລິຫານ, ມີຄວາມໂປ່ງໃສດ້ານການເງິນ, ຫັນຂັ້ນຕອນເປັນມາດຖານ, ສ້າງເຄື່ອງໝາຍການຄ້າ ແລະ ຄຸ້ມຄອງຄວາມສ່ຽງ.
