ຕອນ​ເຊົ້າ​ວັນ​ທີ 26 ຕຸ​ລາ, ຢູ່​ສຳ​ນັກ​ງານ​ລັດ​ຖະ​ບານ (ຮ່າ​ໂນ້ຍ), ທ່ານ ເລ​ມິງ​ຮຶງ ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດນາມ ໄດ້​ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ ​ທ່ານ​ Donald Tusk ນາ​ຍົກ​ລັດ​ຖະ​ມົນ​ຕີ ສ.ໂປ​ໂລຍ ເນື່ອງ​ໃນ​ໂອ​ກາດ​ມາ​ຢ້ຽມ​ຢາມ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ​ແຕ່​ວັນ​ທີ 24 – 26 ຕຸ​ລາ.

ພາຍຫຼັງ​ພິ​ທີ​ຕ້ອນ​ຮັບ, ນາ​ຍົກ​ລັດ​ຖະ​ມົນ​ຕີ​ສອງທ່ານ​ໄດ້​ພົບ​ປະ​ກັນກ່ອນ​ທີ່​ຈະ​ນຳພາ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ​ສອງ​ປະ​ເທດ​ດຳ​ເນີນ​ການ​ພົບ​ປະ​ເຈ​ລະ​ຈາ​ເພື່ອ​ແນ​ໃສ່​ຕີ​ລາ​ຄາ​ໝາກ​ຜົນ​ຂອງ​ການ​ຮ່ວມ​ມື​ລະ​ຫວ່າງ​ສອງ​ປະ​ເທດ​ໃນ​ໄລ​ຍະ​ຜ່ານ​ມາ ແລະ ສະ​ເໜີ​ບັນ​ດາ​ທິດ​ທາງການ​ຮ່ວມ​ມື​ໃນ​ໄລ​ຍະ​ຈະ​ມາ​ເຖິງ.

ຕາມ​ທ່ານ​ ຮ່າ​ຮ​ວ່າງ​ຫາຍ ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ປະ​ຈຳ ໂປ​ໂລຍ ແລ້ວ, ການ​ຢ້ຽມ​ຢາມ ​ຫວຽດ​ນາມ ​ຂອ​ງ​ທ່ານ Donald Tusk ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໂປ​ໂລຍ ໄດ້​ຮັບ​ຄວາມຫວັງວ່າ​ຈະ​ສ້າງ​ໂອ​ກາດ​ຊຸກ​ຍູ້​ການ​ຮ່ວມ​ມື​ເສດ​ຖະ​ກິດ - ການ​ຄ້າ ແລະ ການ​ລົງ​ທຶນ​ຕາມ​ທິດທີ່​ແທ້​ຈິງ, ປັບ​ປຸງ​ເງື່ອນ​ໄຂ​ການເຂົ້າ​ເຖິງ​ຕະຫຼາດ ແລະ ແກ້​ໄຂ​ບັນ​ດາ​ຮົ້ວ​ກີດ​ຂວາງ​ສຳ​ລັບ​ສິນ​ຄ້າ​ສອງ​ປະ​ເທດ.

ໃນ​ຂະ​ນະ​ນັ້ນ, ທ່ານນາງ Joanna Skoczek ອຸ​ປະ​ທູດຊົ່ວຄາວ ສະ​ຖານ​ທູດ ໂປ​ໂລຍ ​ປະ​ຈຳ ຫວຽດ​ນາມ ໄດ້​ແບ່ງ​ປັນ​ວ່າ ການ​ຢ້ຽມ​ຢາມ​ຂອງ ​ທ່ານ Donald Tusk ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໂປໂລຍ ແມ່ນເພື່ອ​ແນ​ໃສ່​ກຳ​ນົດ ແລະ ຢັ້ງ​ຢືນ​ບັນ​ດາ​ຂົງ​ເຂດ​ທີ່​ມີ​ແງ່​ຫວັງ​ຮ່ວມ​ມື​ໃຫຍ່​ທີ່​ສຸດ​ລະ​ຫວ່າງ​ສອງ​ປະ​ເທດ, ນັ້ນ​ແມ່ນ​ການ​ສຶກ​ສາ, ການ​ຄ້າ, ການ​ຮ່ວມ​ມື​ຢູ່​ບັນ​ດາ​ເວ​ທີ​ປາ​ໄສ​ສາ​ກົນ, ວັດ​ທະ​ນະ​ທຳ ແລະ ການ​ພົບ​ປະ​ແລກ​ປ່ຽນ​ປະ​ຊາ​ຊົນ.