ຕອນເຊົ້າວັນທີ 17 ກັນຍາ, ທີ່ສຳນັກງານສູນກາງພັກ, ຄະນະຊີ້ນຳການສະຫຼຸບ 100 ປີແຫ່ງພັກນຳພາການປະຕິວັດ ຫວຽດນາມ, ການກຳນົດທິດນຳພາການພັດທະນາປະເທດຊາດ ໃນ 100 ປີຕໍ່ໄປ ແລະ ສະຫຼຸບ 40 ປີແຫ່ງການປະຕິບັດໂຄງການການເມືອງ ສ້າງສາປະເທດຊາດໃນໄລຍະຂ້າມຜ່ານຂຶ້ນສັງຄົມນິຍົມ (ຄະນະຊີ້ນຳ) ໄດ້ຈັດການປະຊຸມວາລະທີສອງ. ທ່ານ ໂຕເລິມ,​ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ ເປັນປະທານວາລະປະຊຸມ.

ກ່າວຄຳປາໄສທີ່ກອງປະຊຸມ, ທ່ານ ເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ໄດ້ຮຽກຮ້ອງການພັດທະນາທິດສະດີຜ່ານການສະຫຼຸບການປະຕິບັດໂຄງການການເມືອງ, ພ້ອມກັນນັ້ນ ກໍ່ສ້າງວິໄສທັດ ແລະ ກຳລັງຄວາມສາມາດການນຳພາໃນສະຕະວັດຕໍ່ໄປ, ຮັບປະກັນແບບວິທີວິທະຍາສາດ ແລະ ຄຸນນະພາບຂໍ້ອ້າງອີງ:

ສອງບັນຫາສຳຄັນທີ່ສຸດ ເຊິ່ງພວກເຮົາພວມຕ້ອງເຮັດ: ທີໜຶ່ງ, ແມ່ນມີການກຳນົດທິດເພື່ອພັດທະນາປະເທດຊາດ. ຖ້າການກຳນົດທິດທິດນີ້ເປັນເອກະພາບໄດ້ນັ້ນ ຈຶ່ງຈະລະດົມໄດ້ກຳລັງແຮງຂອງປະຊາຊົນ, ຄວາມເປັນຈິດໜຶ່ງໃຈດຽວ, ການສະໜັບສະໜູນຂອງປະຊາຊົນ, ຂອງທົ່ວລະບົບການເມືອງ. ທີສອງ, ຕ້ອງເຮັດໃຫ້ປະຊາຊົນມີຄວາມເຊື່ອໝັ້ນ ຈຶ່ງຈະປະສົບຜົນສຳເລັດໄດ້. ພັກຍົກອອກການກຳນົດທິດ, ປະຊາຊົນມີຄວາມເຊື່ອໝັ້ນ, ບໍ່ມີປະເທດໃດມີທ່າໄດ້ປຽບຄືແນວນັ້ນ. ແຜນຜັງກຳນົດຂອງປະເທດຊາດ ກໍ່ຕ້ອງຮອດວິໄສທັດ 100 ປີ. ເວລານັ້ນ, ພະລັງງານເປັນຄືແນວໃດ, ພື້ນຖານໂຄງລ່າງເປັນຄືແນວໃດ, ຊີວິດຂອງປະຊາຊົນເປັນຄືແນວໃດ, ພວກເຮົາສາມາດໄຝ່ຝັນກ່ຽວກັບວຽກງານນີ້ໄດ້ຢ່າງສິ້ນເຊີງ.