ທ່ານ ຫງວຽນວັນບິ່ງ ຫົວໜ້າຄະນະເສດຖະກິດສູນກາງພັກກອມມູນິດ ຫວຽດນາມຖ່າຍຮຸບກັບບັນດາຜູ້ແທນ (ພາບ: TTXVN)

ທ່ານ ຫງວຽນວັນບິ່ງ ໄດ້ໄຈ້ແຍກ, ເຮັດແຈ້ງບັນດາເນື້ອໃນຕົ້ນຕໍຂອງມະຕິເລກທີ 52 ຂອງກົມການເມືອງກ່ຽວກັບບາງແຜນນະໂຍບາຍ, ນະໂຍບາຍເປັນເຈົ້າການເຂົ້າຮ່ວມການປະຕິວັດ ອຸດສາຫະກຳ ຄັ້ງທີ 4. ພ້ອມທັງ, ສະເໜີໃຫ້ບັນດານັກຊ່ຽວຊານ, ນັກ ປັນລະຍາຍ, ບັນດາວິສາຫະກິດຕັ້ງໜ້າຮ່ວມມື, ເຂົ້າຮ່ວມການໜູນຊ່ວຍ ຫວຽດນາມ ໃນວິວັດການເປັນເຈົ້າການ ເຂົ້າຮ່ວມການປະຕິວັດນີ້ໃຫ້ຫຼາຍກວ່າອີກ. ສຸມໃສ່ເຂົ້າການພັດທະນາເສດຖະກິດດີຈີຕອນ, ສ້າງຕົວເມືອງອັດສະລິຍະ, ສ້າງອຳນາດການປົກຄອງເອເລັກໂຕນິກ.

ນະທີ່ນີ້, ຜູ້ຕາງໜ້າບັນດານັກ ປັນລະຍາຍ ກໍ່ໄດ້ແບ່ງບັນບົດຮຽນກໍ່ຄືສະເໜີບັນດານະໂຍບາຍ, ໂຄງການກະທຳຢ່າງລະອຽດເພື່ອນຳມະຕິຂອງພັກເຂົ້າສູ່ຊີວິດຕົວຈິງໂດຍໄວ.