ທ່່ານລັດຖະມົນຕີ ບຸ່ຍແທັງເຊີນ (ພາບ: TTXVN)

ໃນການພົບປະກັບທ່ານ Xavier Bettel ຮອງນາຍົກລັດຖະມົນຕີ ລັດຖະມົນຕີການຕ່າງປະເທດ ລຸກຊຳບວກ, ສອງຝ່າຍໄດ້ເຫັນດີເປັນເອກະພາບ ສົມທົບກັນຊຸກຍູ້ບັນດາປະເທດສະມາຊິກ ອີຢູ ທີ່ຍັງເຫຼືອ ໃຫ້ສັດຕະຍາບັນ ສັນຍາອາລັກຂາການລົງທຶນ ຫວຽດນາມ-ອີຢູ (EVIPA) ໂດຍໄວ ແລະ ຍົກເລິກບັດເຫຼືອງ IUU ຂອງຄະນະກຳມະການ ເອີລົບ (EC) ສຳລັບສິນໃນນ້ຳສົ່ງອອກຂອງ ຫວຽດນາມ.

ທີ່ການພົບປະກັບທ່ານ Tim Watts ລັດຖະມົນຕີການຕ່າງປະເທດ ອົດສະຕາລີ, ສອງຝ່າຍເຫັນດີເປັນເອກະພາບ ຈະຊຸກຍູ້ ຍົກລະດັບການພົວພັນສອງຝ່າຍ; ຍູ້ແຮງການຮ່ວມມືໃນບັນດາຂົງເຂດທີ່ເປັນມູນເຊື້ອ, ພ້ອມທັງເປີດກ້ວາງການຮ່ວມມືໃນບັນດາຂົງເຂດໃໝ່ທີ່ສອງຝ່າຍຕ່າງກໍ່ມີຄວາມສົນໃຈ.

ໃນວັນດຽວກັນ, ທ່່ານລັດຖະມົນຕີ ບຸ່ຍແທັງເຊີນ ຍັງໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ຊິບ, ລັດຖະມົນຕີການຕ່າງປະເທດ ບັງກລາເທດ, ທ່ານເລຂານຸການໃຫ່ຍ ສະຫະສະມາຄົມບັນດາປະເທດແລວມະຫາສະໝຸດອິນເດຍ (IORA) ເພື່ອແລກປ່ຽນບັນດາບັນຫາລະອຽດ ຊຸກຍູ້ການພົວພັນສອງຝ່າຍ ກໍ່ຄືສົມທົບກັນໃນບັນດາກົນໄກພາກພື້ນ ແລະ ສາກົນ.