ພາບປະກອບ

ທ່ານນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ກະຊວງສາທາລະນະສຸກ ສືບຕໍ່ຮັບປະກັນການສະໜອງ, ແຈກຢາຍວັກຊິນກັນໂຄວິດ - 19ຢ່າງຄົບຖ້ວນ, ເໝາະສົມ, ທັນການຕາມຄວາມຕ້ອງການຂອງບັນດາທ້ອງຖິ່ນ, ເພື່ອຫຼີກລ້ຽງສະພາບການຂາດວັກຊິນ, ສຸມໃສ່ ການສັກວັກຊິນໃຫ້ເດັກນ້ອຍໃນເກນອາຍຸແຕ່ 5 – 12 ປີ, ບັນດາເປົ້າໝາຍທີ່ມີຄວາມສ່ຽງສູງ. ທ່ານນາຍົກລັດຖະມົນຕີ ຮຽກຮ້ອງປຸກລະດົມບັ້ນຍຸດທະສາດສັກວັກຊິນ: ເພີ່ມທະວີ ຄວາມໄວໃນການສັກວັກຊິນໃຫ້ເດັກນ້ອຍໃນເກນອາຍຸແຕ່ 5 – 12 ປີ ຮັບປະກັນຈະປະຕິບັດສຳເລັດໃນເດືອນສິງຫາປີ 2022, ປະຕິບັດການສັກວັກຊິນເຂັມທີ 3, ເຂັມທີ 4 ໃຫ້ປະຊາຊົນທີ່ມີອາຍຸແຕ່ 18 ປີຂຶ້ນໄປ ໃຫ້ສຳເລັດຕາມການແນະນຳຂອງກະຊວງສາທາລະນະສຸກໂດຍໄວ. ວິທະຍຸກະຈາຍສຽງຫວຽດນາມ, ໂທລະພາບແຫ່ງຊາດ ຫວຽດນາມ ສືບຕໍ່ຈັດລາຍການກ່ຽວກັບສະພາບການພະຍາດໂຄວິດ - 19 ແລະ ວັກຊິນໃນເວລາທີ່ເໝາະສົມເພື່ອໃຫ້ປະຊາຊົນສຳຜັດກັບຂໍ້ມູນກ່ຽວກັບຜົນປະໂຫຍດ, ປະສິດທິຜົນຂອງການສັກວັກຊິນ.