ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໃຫ້ການຕ້ອນຮັບທ່ານ Park Noh Wan ເອກອັກຄະລັດຖະທູດ ສ.ເກົາຫຼີ ປະຈຳຫວຽດນາມ (ພາບ: TTXVN) |
ນະທີ່ນີ້, ທ່ານຟ້າມມິງຈິງ ຢັ້ງຢືນວ່າ ຍາມໃດຫວຽດນາມ ກໍ່ຖືເປັນສຳຄັນ ການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງສອງປະເທດ, ພ້ອມແລ້ວທີ່ຈະສົມທົບຢ່າງແໜ້ນແຟ້ນ ກັບ ສ.ເກົາຫຼີ ເພື່ອເສີມຂະຫຍາຍກົນໄກທີ່ມີຢູ່ແລ້ວ ໃຫ້ມີປະສິດທິຜົນ, ແທດຈິງ, ເປີດໄລຍະໃໝ່ເພື່ອຍົກລະດັບການພົວພັນຮ່ວມມືລະຫວ່າງສອງປະເທດ ດ້ວຍຜົນສຳເລັດໃໝ່ຫຼາຍຢ່າງ, ເປົ້າໝາຍສູງກ່ວາ, ມຸ່ງໄປເຖິງອະນາຄົດອັນດີງາມກ່ວາ ໃນການພົວພັນສອງປະເທດ.
ກ່ຽວກັບການຮ່ວມມືພ້ອມກັນຕ້ານໂລກລະບາດໂຄວິດ - 19, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຫວັງວ່າ ຝ່າຍ ສ.ເກົາຫຼີຈະສືບຕໍ່ຮ່ວມມື, ໜູນຊ່ວຍຫວຽດນາມ ໃນວຽກງານປ້ອງກັນ, ຕ້ານພະຍາດໂຄວິດ - 19, ໂດຍສະເພາະແມ່ນກ່ຽວກັບວັກຊິນ ແລະ ຢາປິ່ນປົວໂຄວິດ - 19, ພັດທະນາເຕັກໂນໂລຢີການຢາ, ຍົກສູງກຳລັງຄວາມສາມາດດ້ານການແພດ.
ກ່ຽວກັບການຮ່ວມມືດ້ານເສດຖະກິດ, ທ່ານ ຟ້າມມິງຈິງ ຢາກໃຫ້ສອງຝ່າຍ ສືບຕໍ່ຊຸກຍູ້ວິສາຫະກິດສ.ເກົາຫຼີ, ເປັນຕົ້ນແມ່ນກຸ່ມບໍລິສັດ, ວິສາຫະກິດຂະໜາດໃຫຍ່ຂອງ ສ.ເກົາຫຼີ ສືບຕໍ່ລົງທຶນຢູ່ຫວຽດນາມ ຫຼາຍກ່ວາ.
ຕອນບ່າຍວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ໄດ້ມີການເຈລະຈາທາງໂທລະສັບກັບທ່ານຮອງປະທານາທິບໍດີ ຕວກກີ Fuat Oktay. ທີ່ການເຈລະຈາ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ສະແດງຄວາມຫວັງວ່າ 2 ຝ່າຍຈະແບ່ງປັນບົດຮຽນ ແລະ ສົມທົບກັນຢ່າງແໜ້ນແຟ້ນ ເພື່ອປ້ອງກັນ ແລະ ຕ້ານໂຄວິດ-19 ແລະ ເປີດປະຕູພື້ນຖານເສດຖະກິດຄືນ, ຍູ້ແຮງການພົວພັນແລກປ່ຽນລະຫວ່າງປະຊາຊົນ ແລະ ແລກປ່ຽນການຄ້າ
ສ່ວນທ່ານຮອງປະທານາທິບໍດີ ຕວກກີ Fuat Oktay ຢືນຢັນວ່າ ຕວກກີຖືເປັນສຳຄັນ ແລະ ມີຄວາມຫວັງຢາກເພີ່ມທະວີການພົວພັນຮ່ວມມືຫຼາຍດ້ານກັບຫວຽດນາມ. ເນື່ອງໃນໂອກາດນີ້, ຕວກກີປະກາດ ຊ່ວຍເຫຼືອວັກຊິນ 2 ແສນໂດສ ແລະ ເຄື່ອງອົກຊີ, ອຸປະກອນການແພດເພື່ອປ້ອງກັນ ແລະ ຕ້ານໂຄວິດ-19 ໃຫ້ແກ່ຫວຽດນາມ.

