ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິ໊ງ ມອບຂອງຂວັນໃຫ້ແກ່ສະມາຄົມນັກຂ່າວ ຫວຽດນາມ ແລະ ບັນດາອົງການສື່ມວນຊົນ ທີ່ການພົບປະ (ພາບ: VGP)

ທີ່ການເຮັດວຽກ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ໄດ້ເນັ້ນໜັກເຖິງປະຫວັດສາດຂອງພື້ນຖານສື່ມວນຊົນປະຕິວັດ ຫວຽດນາມ ຊຶ່ງຍາມໃດກໍ່ຕິດພັນກັບພາລະກຳຕໍ່ສູ້, ປົກປັກຮັກສາ, ສ້າງສາ ແລະ ພັດທະນາປະເທດຊາດ. ພາລະກິດຂອງຜູ້ເຮັດວຽກງານສື່ມວນຊົນແມ່ນເຕັມໄປດ້ວຍຄວາມໝາຍ, ຄວາມເອກອ້າງທະນົງໃຈ, ສະຫງ່າລາສີ ແຕ່ກໍ່ເຕັມໄປດ້ວຍຄວາມຫຍຸ້ງຍາກລຳບາກ. ທ່ານກ່າວວ່າ:

ປະຫວັດສາດຂອງບັນດາບັ້ນຕໍ່ສູ້ຍາດເອົາເອກະລາດມາໃຫ້ປະເທດຊາດ ໄດ້ບັນທຶກການເຄື່ອນໄຫວຂອງນັກຂ່າວນັບພັນຄົນ ບຸກເຂົ້າສະໜາມຮົບດ້ວຍສຳພາລະຂອງນ້ຳໃຈຮັກຊາດ, ຂອງຈິດໃຈປະຕິວັດ, ຂອງຄວາມສະຫຼາດຫຼັກແຫຼມ, ຄວາມອົງອາດກ້າຫານຂອງນັກຮົບໃນແນວຮົມສື່ມວນຊົນເພື່ອໃຫ້ຂ່າວກ່ຽວກັບບັ້ນຕໍ່ສູ້, ກ່ຽວກັບຄວາມໄວ້ເນື້ອເຊື່ອໃຈ, ຄວາມເອກອ້າງທະນົງໃຈຂອງຊາດ, ຄວາມຫວັງຕໍ່ໄຊຊະນະ, ທ້ອນໂຮມປະເທດຊາດເປັນເອກະລາດ ໃຫ້ແກ່ພໍ່ແມ່ປະຊາຊົນ ແລະ ນັບຮົບໃນທົ່ວປະເທດຢ່າງທັນການ. ປະຫວັດສາດຈະບໍ່ມີວັນຍຫຼົງລືມຄຸນງາມຄວາມດີອັນໃຫຍ່ຫຼວງ ແລະ ຄວາມເສຍສະຫຼະຊີວິດໃນຕະຫຼອດຊີວິດຂອງນັກຂ່າວ.

ທ່ານນາຍົກລັດຖະມົນຕີຢັ້ງຢືນວ່າ ສື່ມວນຊົນມີບົດບາດສຳຄັນທີ່ສຸດໃນການປະຕິບັດແບບວິທີນຳພາຂອງພັກ, ເຊື່ອມຕໍ່ລະຫວ່າງລັດຖະບານ ແລະ ປະຊາຊົນ, ແຜ່ຂະຫຍາຍ, ເປັນແຫຼ່ງບັນດານໃຈ, ສ້າງກຳລັງໜູນດ້ວຍທິດນຳ “ເອົາຄວາມຕັ້ງໜ້າຍູ້ຄວາມຫຍໍ້ທໍ້ໃຫ້ຖອຍໄປ” ເພື່ອປະກອບສ່ວນເຂົ້າໃນການສ້າງສັງຄົມອັນດີງາມ.