ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ພົບປະກັບທິມ ບານເຕະ ຍິງ ຫວຽດນາມ ແລະ ທິມ ບານເຕະ ຊາຍ ຫວຽດນາມ

ທີ່ການພົບປະ, ທ່ານນາຍົກລັດຖະມົນຕີໄດ້ສະແດງຄວາມພາກພູມໃຈຕໍ່ຜົນສຳເລັດຂອງ ຄະນະກິລາ ຫວຽດນາມ ຢູ່ Sea Games ຄັ້ງທີ 30 ດ້ວຍຫຼຽນຄຳ 98 ຫຼຽນ ແລະ ຫຼຽນເງິນ, ຫຼຽນທອງຫຼາຍຮ້ອຍຫຼຽນ, ຢືນຢູ່ອັນດັບທີ 2 ຂອງການແຂ່ງຂັນ. ທ່ານນາຍົກລັດຖະມົນຕີ ຖືວ່າ ຜົນສຳເລັດຂອງ ທິມບານເຕະ U22 ຫວຽດນາມ ໄດ້ສ້າງຂີດໝາຍປະຫວັດສາດໃຫ້ແກ່ບານເຕະແຫ່ງຊາດຫວຽດນາມ. ທ່ານກ່າວວ່າ:

ຂ້າພະເຈົ້າຖືວ່າ ໄຊຊະນະນີ້ບໍ່ພຽງແຕ່ແມ່ນໄຊຊະນະທາງການກິລາເທົ່ານັ້ນຫາກຍັງແມ່ນໄຊຊະນະຂອງນ້ຳໃຈຮັກຊາດ, ຈິດໃຈຫວຽດນາມອີກດ້ວຍ. ໄຊຊະນະແຫ່ງຄວາມສາມັກຄີຕັດສິນໃຈ, ແມ່ນສະຕິຄວາມຮັບຜິດຊອບ ຕໍ່ປະຊົນຊົນຜູ້ຮັກຊາດຫຼາຍລ້ານຄົນ. ເຖິງຢ່າງໃດກໍ່ຕາມ, ໃນນັ້ນຍັງມີການເອົາໃຈໃສ່ເປັນພິເສດຂອງການນຳທຸກຂັ້ນ