ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໂອ້ລົມກັບບັນດາທ່ານໝໍຢູ່ໂຮງໝໍແບກມາຍ |
ນະທີ່ນີ້, ທ່ານນາຍົກລັດຖະມົນຕີ ໄດ້ສະເໜີພະນັກງານ, ແພດໝໍບັນດາໂຮງໝໍສືບຕໍ່ປະຕິບັດພາລະກຳແຫ່ງການເບິ່ງແຍງດູແລສຸຂະພາບປະຊາຊົນ, ບັນດາໂຮງໝໍຂຶ້ນແຜນການ, ເປັນເຈົ້າການໃນການກະກຽມຢຸກຢາ, ວັດຖຸອຸປະກອນການແພດເພື່ອຮັບໃຊ້ການກວດ, ປິ່ນປົວພະຍາດໃຫ້ແກ່ປະຊາຊົນ. ໃນສະພາບການພະຍາດໂຄວິດ - 19 ພວມມີທ່າອ່ຽງເພີ່ມຂຶ້ນຄືນໃໝ່, ບັນດາໂຮງໝໍຕ້ອງຮັກສາທ່າເປັນເຈົ້າການ, ມີການແກ້ໄຂຢ່າງມີໄຫວພິບ, ຕອບສະໜອງຄວາມຮຽກຮ້ອງຕ້ອງການໃນພຶດຕິກຳຕົວຈິງ. ທ່ານນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ກະຊວງສາທາລະນະສຸກ ຄົ້ນຄ້ວາສ້າງບັນດາສູນຢຸກຢາຫາຍາກ ຢູ່ໃນ 6 ເຂດເສດຖະກິດ - ສັງຄົມຂອງທົ່ວປະເທດເພື່ອເປັນເຈົ້າການໃນການປະສານງານເມື່ອບັນດາຮາກຖານການແພດໃນເຂດມີຄວາມຕ້ອງການ. ກະຊວງແຜນການ ແລະ ການລົງທຶນໄດ້ພິຈາລະນານຳການປະມູນຢຸກຢາ, ວັດຖຸອຸປະກອນການແພດຂຶ້ນລະບົບເຄືອຂ່າຍປະມູນແຫ່ງຊາດ.

