ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ແລະ ພັນລະຍາ (ພາບ: TTXVN)

ກະຊວງການຕ່າງປະເທດໄດ້ອອກແຈ້ງການ ໃນວັນທີ 11 ມັງກອນ ໂດຍໃຫ້ຮູ້ວ່າ ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ແລະ ພັນລະຍາ ພ້ອມກັບຄະນະຜູ້ແທນຂັ້ນສູງ ຫວຽດນາມ ຈະເຂົ້າຮ່ວມກອງປະຊຸມປະຈຳປີຄັ້ງທີ 54 ຂອງ ເວທີປາໄສເສດຖະກິດໂລກ ຢູ່ Davos, ສະວິດ, ຢ້ຽມຢາມ ຮຸງກາຣີ ແລະ ຣູມານີ ຢ່າງເປັນທາງການໃນລະຫວ່າງວັນທີ 16 - 23 ມັງກອນ. ການຢ້ຽມຢາມ ປະຕິບັດຕາມຄຳເຊື້ອເຊີນຂອງທ່ານ Klaus Schwab ຜູ້ສ້າງຕັ້ງທັງເປັນປະທານເວທີປາໄສເສດຖະກິດໂລກ (WEF), ທ່ານນາຍົກລັດຖະມົນຕີ ຮຸງກາຣີ Viktor Orban ແລະ ທ່ານນາຍົກລັດຖະມົນຕີ ຣູມານີ Ion-Marcel Ciolacu.