ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ກ່າວຄຳເຫັນທີ່ພິທີ (ພາບ: VOV) |
ໂຄງການມີລວງຍາວກ່ວາ 80 ກິໂລແມັດ, ລະດັບຄວາມໄວແມ່ນ 120 ກິໂລແມັດ/ຊົ່ວໂມງ ອັນໄດ້ຊ່ວຍຫຼຸດເວລາການເດີນທາງແຕ່ຮ່າໂນ້ຍໄປຍັງນະຄອນ ມ໊ອງກ໋າຍລົງເຫຼືອພຽງແຕ່ 3 ຊົ່ວໂມງ, ສ້າງຂົງເຂດພັດທະນາໃໝ່ໃຫ້ແກ່ແຂວງກ໋ວາງນິງ ແລະ ທົ່ວເຂດທົ່ງພຽງແມ່ນ້ຳແດງທາງພາກເໜືອ ຫວຽດນາມ. ກ່າວຄຳເຫັນນະທີ່ນີ້, ທ່ານນາຍົກລັດຖະມົນຕີ ໄດ້ຢັ້ງຢືນວ່າ ການກໍ່ສ້າງສຳເລັດເສັ້ນທາງຄວາມໄວສູງຕອນທ້າຍແມ່ນສຸດ ເພື່ອເຊື່ອມຕໍ່ເຂດທີ່ມີຄວາມໝາຍສຳຄັນ, ປະຕິບັດແຜນນະໂຍບາຍ, ແນວທາງຂອງພັກ, ລັດ ກ່ຽວກັບການພັດທະນາພື້ນທາງໂຄງລ່າງຄົມມະນາຄົມ, ເປັນຕົ້ນແມ່ນ ກໍ່ສ້າງລະບົບເສັ້ນທາງຄວາມໄວສູງ, ປະກອບສ່ວນເຂົ້າໃນການແກ້ໄຂບັນດາຈຸດອຸດຕັນ ກ່ຽວກັບການຄົມມະນາຄົມ. ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ແຂວງກ໋ວາງນິງ ສືບຕໍ່ເສີມຂະຫຍາຍ ແລະ ທະວີຄູນບັນດາຮູບແບບ, ວິທີການເຮັດທີ່ດີ ເພື່ອລະດົມແຫຼ່ງເງິນລົງທຶນ ເພື່ອໃຫ້ນັບມື້ນັບປະຕິບັດສຳເລັດລະບົບໂຄງປະກອບພື້ນຖານໂຄງລ່າງ ໃນບໍລິເວນແຂວງ, ພ້ອມທັງສົ່ງເສີມບັນດາວິສາຫະກິດສືບຕໍ່ສົມທົບກັນ, ຮ່ວມແຮງຮ່ວມໃຈກັບທ້ອງຖິ່ນໃນພາລະກິດແຫ່ງການສ້າງສາ ແລະ ພັດທະນາປະເທດຊາດ.

