ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຕ້ອນຮັບທ່ານ ແຢນເຈຍເຂືອ, ຜູ້ກໍ່ຕັ້ງກຸ່ມບໍລິສັດກໍ່ສ້າງ ປາຊີຟິກ (ພາບ: VOV) |
ທີ່ການຕ້ອນຮັບທ່ານ ແຢນເຈຍເຂືອ, ຜູ້ກໍ່ຕັ້ງກຸ່ມບໍລິສັດກໍ່ສ້າງ ປາຊີຟິກ, ປະທານສະຖາບັນຄົ້ນຄວ້າ ຈວາງແຢນ ແລະ ບັນດາການນຳກຸ່ມບໍລິສັດກໍ່ສ້າງ ປາຊີຟິກ, ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ກຸ່ມບໍລິສັດ ສືບຕໍ່ແລກປ່ຽນ, ສົມທົບກັບບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຂອງ ຫວຽດນາມ ຄົ້ນຄວ້າ, ຊອກຫາກາລະໂອກາດລົງທຶນໃໝ່, ເປີດກວ້າງການລົງທຶນຢູ່ ຫວຽດນາມ. ທ່ານນາຍົກລັດຖະມົນຕີຢັ້ງຢືນວ່າ ລັດຖະບານ ຫວຽດນາມ ຍາມໃດກໍຮ່ວມເດີນທາງ, ໃຫ້ການຊ່ວຍເຫຼືອ, ສ້າງທຸກເງື່ອນໄຂສະດວກໃຫ້ບັນດາວິສາຫະກິດ ຈີນ ຜັນຂະຫຍາຍໂຄງການລົງທຶນດຳເນີນທຸລະກິດແບບຍືນຍົງ, ມີປະສິດທິຜົນ, ຜົນສຳເລັດ, ຮັບປະກັນປະຕິບັດຖືກຕ້ອງຕາມຂໍ້ກຳນົດກົດໝາຍ.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຕ້ອນຮັບທ່ານ ແຢນເຊິງຈຽນ, ທ່ານປະທານສະພາຝ່າຍບໍລິຫານ ແລະ ບັນດາພະນັກງານຂັ້ນສູງຂອງກຸ່ມບໍລິສັດ ແທນອິງ (ພາບ: VOV) |


