ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ກັບສົມເດັດພະລາຊາ Henri |
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ແບ່ງປັນກັບສົມເດັດພະລາຊາ Henri ກ່ຽວກັບຄວາມມຸ້ງມາດປາດຖະໜາ, ຄວາມຕັດສິນໃຈຂອງລັດຖະບານສອງປະເທດ ໃນການສືບຕໍ່ຖືການລົງທຶນເປັນສຳຄັນ, ຍູ້ແຮງການຮ່ວມມືໃນບັນດາຂົງເຂດທີ່ມີຄວາມສາມາດບົ່ມຊ້ອນຄື ດ້ານການເງິນສີຂຽວ, ພະລັງງານຜະລິດຄືນໃໝ່, ການເຊື່ອມຕໍ່ logistics, ສ້າງຕັ້ງສາຍພົວພັນຄູ່ຮ່ວມມືຍຸດທະສາດກ່ຽວກັບການເງິນສີຂຽວໂດຍໄວ ເພື່ອຍາດແຍ່ງທ່າແຮງຂອງ ລຸກຊຳບວກ ແລະ ໜູນຊ່ວຍ ຫວຽດນາມ ໃນການຜັນຂະຫຍາຍຍຸດທະສາດເຕີບໂຕສີຂຽວ ໄລຍະ 2021 – 2030, ວິໄສທັດຮອດປີ 2050 ແລະ ຄຳໝັ້ນສັນຍາກ່ຽວກັບການປ່ຽນແປງຂອງດິນຟ້າອາກາດໃນກອງປະຊຸມ COP26.
ສ່ວນສົມເດັດພະລາຊ Henri ຕີລາຄາສູງບົດບາດຂອງ ຫວຽດນາມ ໃນ ອາຊຽນ, ພ້ອມທັງໃຫ້ຮູ້ວ່າ ລຸກຊໍາບວກ ມີຄວາມສົນໃຈເຖິງບັນຫາການປ່ຽນແປງຂອງດິນຟ້າອາກາດ ຢູ່ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ ແລະ ຖືນີ້ ເປັນຂົງເຂດຫຼັກແຫຼ່ງແກ່ນສານໃນສາຍພົວພັນລະຫວ່າງສອງປະເທດ; ທ່ານໃຫ້ຄຳໝັ້ນສັນຍາວ່າ ຈະໜູນຊ່ວຍ ຫວຽດນາມ ປະຕິບັດບັນດາເປົ້າໝາຍເຕີບໂຕສີຂຽວ.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ພົບປະກັບປະຊາຄົມຊາວ ຫວຽດນາມ ອາໄສຢູ່ ລຸກຊຳບວກ |


