ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຖະຫວາຍດອກໄມ້ອາໄລຫາ ຢູ່ອະນຸສາວາລີ ປະທານໂຮ່ຈີມິ (ພາບ: VOV)
|
ຫໍພິພິທະພັນບັນດາພື້ນຖານສີວິໄລ ອາຊີ, ຕັ້ງຢູ່ແຄມແມ່ນ້ຳສິງກະໂປ, ແມ່ນຫໍພິພິ ໜຶ່ງດຽວໃນພາກພື້ນ ໃຊ້ສະເພາະເພື່ອຄົ້ນຫາມໍລະດົກສິລະປະຂອງ ອາຊີ. ໃນຫໍພິພິທະພັນ ມີຮູບປັ້ນປະທານໂຮ່ຈີມິນ ແລະ ການນຳ, ຜູ້ທີ່ມີຊື່ສຽງອາຊີຫຼາຍຄົນ. ທ່ານນາຍົກລັດຖະມົນຕີ, ພັນລະຍາ ແລະ ຄະນະປະຕິບັດງານໄດ້ຖະຫວາຍດອກໄມ້, ອາໄລຫາສະແດງຄວາມຮູ້ບຸນຄຸນ, ເຄົາລົບຄຸນງາມຄວາມດີອັນຍິ່ງໃຫຍ່ຂອງປະທານໂຮ່ຈີມິນ, ນັກວິລະຊົນປົດປ່ອຍຊາດ, ນັກວັດທະນະທຳໂລກ.
ຫຼັງຈາກນັ້ນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ພັນລະຍາ ໄດ້ໄປຢ້ຽມຊົມສວນພຶກສາຊາດ ສິງກະໂປ, ເຊິ່ງແມ່ນສະຖານທີ່ວາງສະແດງດອກກ້ວຍໄມ້ເຂດຮ້ອນໃຫຍ່ທີ່ສຸດໃນໂລກ.

