ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກກ່າວຄຳເຫັນທີ່ກອງປະຊຸມ (ພາບ: TTXVN)

ທ່ານນາຍົກລັດຖະມົນຕີໄດ້ຊີ້ນຳວ່າ ບັນດາຮ່າງບົດລາຍງານຕ້ອງມີການອັບເດັດສະພາບການເສດຖະກິດ ສັງຄົມ 9 ເດືອນ, ຄວາມເປັນໄປໄດ້ໃນ ການເຕີບໂຕໄລຍະໝົດປີແມ່ນແຕ່ 6,9% ຫາ 7%. ສ່ວນລະດັບການເຕີບໂຕ, ທ່ານນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ກຸ່ມບັນນາທິການອັບເດັດກ່ຽວກັບສະພາບການໂລກເຊິ່ງນັບມື້ນັບສັບສົມຂຶ້ນເຕື່ມ, ກໍ່ຜົນກະທົບຕໍ່ພາຍໃນປະເທດ ແລະ ຮຽກຮ້ອງໃຫ້ ກຸ່ມບັນນາທິການຕ້ອງເຮັດໃຫ້ແຈ້ງບັນດາຜົນກະທົບນີ້ສຳລັບເປົ້າໝາຍສູ້ຊົນ ເຕີບໂຕ.

ສ່ວນ ບາດກ້າວບຸກທະລຸ, ທ່ານນາຍົກລັດຖະມົນຕີ ຖືວ່າ ຄວາມບຸກທະລຸກ່ຽວກັບລະບອບນະໂຍບາຍຍັງຄົງແມ່ນບັນຫາທີ່ຈຳເປັນ ແລະ ຕ້ອງສືບຕໍ່ ປະຕິບັດໃນໄລຍະຈະມາເຖິງ. ດ້ວຍວິທີການສະເໜີເພີ່ມເຕີມບັນດາບາດກ້າວບຸກທະລຸຍຸດທະສາດ ຕ້ອງມີການ ອະພິປາຍຢ່າງລະອຽດ, ຍົກໃຫ້ເຫັນໄດ້ຜົນກະທົບຂອງບັນດາປັດໄຈໃໝ່ສຳລັບການປ່ຽນແປງໃໝ່ກ່ຽວກັບ ຈິນຕະນາການຢ່າງແຮງ, ບຸກທະລຸໃນການຄິດ, ວິທີການເຮັດວຽກ. ສ່ວນໜ້າທີ່, ວິທີການແກ້ໄຂ, ທ່ານນາຍົກລັດຖະມົນຕີຮຽກຮ້ອງໃຫ້ກຸ່ມບັນນາທິການຕ້ອງສຳເລັດບັນດາວິທີການແກ້ໄຂດ້ວຍບັນດາເນື້ອໃນທີ່ພົ້ນເດັ່ນ, ບັນດາວິທີການແກ້ໄຂຕ້ອງເປັນຈຸດສູມໃຫ້ມີບຸລິມະສິດ ແລະ ມີລັກສະນະບຸກທະລຸ. ທ່ານນາຍົກລັດຖະມົນຕີ ມອບໃຫ້ ກຸ່ມບັນນາທິການຮັບເອົາບັນດາຄຳເຫັນທີ່ກອງປະຊຸມ, ສຳເລັດໃບສະເໜີ, ບັນດາຮ່າງບົດລາຍງານເພື່ອສົ່ງເຖິງສູນກາງໃນກອງປະຊຸມຄັ້ງຈະມາເຖິງ.