ທ່ານນາຍົກລັດຖະມົນຕີ ກູບາ Manuel Marreco Cruz (ພາບ: TTXVN)

ຕາມແຈ້ງການຂອງກະຊວງການຕ່າງປະເທດ ຫວຽດນາມ, ທ່ານນາຍົກລັດຖະມົນຕີ ກູບາ Manuel Marreco Cruz ຈະມາຢ້ຽມຢາມສັນຖະວະໄມຕີ ຫວຽດນາມ ຢ່າງເປັນທາງການແຕ່ວັນທີ 28 ກັນຍາ ຫາວັນທີ 2 ຕຸລາ 2022. ການຢ້ຽມຢາມ ຫວຽດນາມ ຂອງທ່ານນາຍົກລັດຖະມົນຕີ ກູບາ Manuel Marreco Cruz ໃນຄັ້ງນີ້ ໄດ້ດຳເນີນຕາມຄຳເຊື້ອເຊີນຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ.