ທ່ານນາຍົກລັດຖະມົນຕີ ອົດສະຕາລີ Scott Morrison (ພາບ: TTXVN) |
ກ່າວຄຳເຫັນຕໍ່ວົງການນັກຂ່າວໃນວັນທີ 10 ເມສາ, ທ່ານນາຍົກລັດຖະມົນຕີ Scott Morrison ໄດ້ຖະແຫຼງວ່າ ການເລືອກຕັ້ງຄັ້ງນີ້ເພື່ອຜົນປະໂຫຍດຂອງຜູ້ມີສິດເລືອກຕັ້ງ, ຂອງປະເທດຊາດ ແລະ ອະນາຄົດຂອງປະເທດຊາດ. ທ່ານຍອມຮັບວ່າ ຊາວອົດສະຕາລີຕ້ອງຜ່ານຜ່າໄລຍະທີ່ເຕັມໄປດ້ວຍຄວາມຫຍຸ້ງຍາກ ແລະ ປະເທດຊາດຈະສືບຕໍ່ຕ້ອງປະເຊີນໜ້າກັບສິ່ງທ້າທາຍຫຼາຍຢ່າງໃນຊຸມປີຈະມາເຖິງ.
ລັດຖະບານ ຂອງທ່ານນາຍົກລັດຖະມົນຕີ Scott Morrison ພວມມານະພະຍາຍາມດຶງດູດການສະໜັບສະໜູນຂອງ ຜູ້ມີສິດເລືອກຕັ້ງ 17 ລ້ານຄົນ. ໃນການຢັ່ງຫາງສຽງຫວ່າງມໍ່ໆມານີ້, ປັດຈຸບັນ ພັກເສລີ - ຊົນຊາດກຳອຳນາດຢູ່ ອົດສະຕາລີພວມຖືກຕົກຢູ່ທາງຫຼັງພັກແຮງງານຝ່າຍຄ້ານ, ເຖິງວ່າພື້ນຖານເສດຖະກິດຂອງປະເທດນີ້ ພວມຄ່ອຍໆຟື້ນຟູດ້ວຍອັດຕາວ່າງງານແມ່ນ 4% - ລະດັບຕ່ຳທີ່ສຸດໃນ 13 ປີຜ່ານມາ.

