ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ເປັນປະທານ ກອງປະຊຸມສະໄໝສາມັນເດືອນ ສິງຫາ ປີ 2021 (ພາບ: TTXVN) |
ກ່າວຄຳເຫັນໄຂກອງປະຊຸມ, ທ່ານນາຍົກລັດຖະຕີ ຟ້າມມິງຈິງ ໃຫ້ຮູ້ວ່າ ໃນສະພາບການໂລກລະບາດໂຄວິດ - 19 ແຜ່ລະບາດຮອບທີ 4, ເສດຖະກິດມະຫາພາກມີສະຖຽນລະພາບໂດຍພື້ນຖານ, ໄຟເງິນເຟີ້ໄດ້ຮັບການຄວບຄຸມ, ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບໄດ້ຮັບປະກັນ, ວຽກງານພົວພັນຕ່າງປະເທດ ໄດ້ເພີ່ມຂຶ້ນ. ວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ສືບຕໍ່ໄດ້ຮັບການສຸມໃສ່ປະຕິບັດ. ຢູ່ 23 ທ້ອງຖິ່ນ ເລື່ອງປະຕິບັດການແຍກຫ່າງສັງຄົມ ແລະ ເພີ່ມມາດຕະການແຍກຫ່າງໃນສັງຄົມ ເພື່ອໃຫ້ບຸລິມະສິດ ແກ່ການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ແມ່ນໜ້າທີ່ແຖວໜ້າ, 40 ທ້ອງຖິ່ນທີ່ຍັງເຫຼືອ ຈະອີງຕາມສະພາບການຕົວຈິງ, ໃຫ້ບຸລິມະສິດ ແກ່ການສົມທົນກັນລະຫ່ວາງການພັດທະນາເສດຖະກິດ ສັງຄົມ ແລະ ປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ຢ່າງມີໄຫວພິບ.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ເນັ້ນໜັກວ່າ ຕ້ອງຄວບຄຸມສະພາບການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ໂດຍໄວ ເພື່ອຊຸກຍູ້ການພັດທະນາເສດຖະກິດສັງຄົມ, ທ່ານມອບໝາຍໃຫ້ກະຊວງແຜນການ ແລະ ການລົງທຶນ ຫວຽດນາມ ເປັນເຈົ້າການໃນການສ້າງແຜນການ ພັດທະນາເສດຖະກິດ ໃນເງື່ອນໄຂໃໝ່.

