ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບຜູ້ອຳນວຍການຝ່າຍບໍລິຫານກຸ່ມບໍລິສັດ Apple (ອາເມລິກາ) Tim Cook (ພາບ: VOV) |
ຊົມເຊີຍຜູ້ອຳນວຍການຝ່າຍບໍລິຫານຂອງ Apple ມາ ຫວຽດນາມ ເປັນຄັ້ງທຳອິດ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຕີລາຄາສູງການປະກອບສ່ວນສຳຄັນຂອງ Apple ເຂົ້າໃນການພັດທະນາຂອງ ຫວຽດນາມ. ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ Apple ດ້ວຍບົດບາດຂອງຕົນ ຈະຊ່ວຍສະໜັບສະໜູນປະກອບສ່ວນຊຸກຍູ້ລັດຖະບານ ແລະ ສະພາແຫ່ງຊາດ ອາເມລິກາ ຮັບຮອງ ລະບຽບການເສດຖະກິດການຕະຫຼາດຂອງ ຫວຽດນາມ ແລະ ນຳ ຫວຽດນາມ ຫຼຸດພົ້ນອອກຈາກບັນຊີລາຍຊື່ບັນດາປະເທດຖືກຈຳກັດການສົ່ງອອກເຕັກໂນໂລຢີສູງຂອງ ອາເມລິກາ ໂດຍໄວ. ທ່ານນາຍົກລັດຖະມົນຕີ ປາດຖະໜາວ່າ Apple ຈະເປີດກວ້າງການຮ່ວມມືລົງທຶນກັບ ຫວຽດນາມ, ຊ່ວຍ ຫວຽດນາມ ເຂົ້າຮ່ວມລະບົບການຜະລິດ, ລະບົບສະໜອງ ແລະ ລະບົບມູນຄ່າຂອງ Apple ຂອງ ອາເມລິກາ ແລະ ທົ່ວໂລກ ຢ່າງເລິກເຊິ່ງກວ່າອີກ.
ບັນຍາກາດການຕ້ອນຮັບ (ພາບ: VOV) |
ຫວູຄວຽນ


