ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ທີ່ກອງປະຊຸມ (ພາບ: VGP) |
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ຕີລາຄາວ່າ ໂລກລະບາດໂຄວິດ - 19 ພວມມີການຜັນແປຢ່າງສັບສົນຢູ່ສອງທ້ອງຖິ່ນດັ່ງກ່າວ ແຕ່ສະພາບການພວມໄດ້ຮັບການຄວບຄຸມໂດຍພື້ນຖານເທື່ອລະກ້າວ, ບັນດາກໍລະນີຕິດເຊື້ອໃໝ່ລ້ວນແຕ່ຢູ່ໃນເຂດແຍກຕົວ ຫຼືເຂດຈຳກັດບໍລິເວນ. ທ່ານນາຍົກລັດຖະມົນຕີ ເນັ້ນໜັກວ່າ ເປົ້າໝາຍບຸລິມະສິດໃນປັດຈຸບັນ ແມ່ນສຸມໃສ່ຍູ້ໂລກລະບາດຢູ່ສອງແຂວງ ບັກຢາງ ແລະ ບັກນິງ ໃຫ້ຖອຍໄປ. ລັດຖະບານ, ບັນດາກະຊວງ, ຂະແໜງການ ແລະ ສອງແຂວງດັ່ງກ່າວ ຕ້ອງຕັ້ງໜ້າ, ເປັນເຈົ້າການ, ເດັດດ່ຽວສະກັດກັ້ນ ແລະ ຍູ້ໂລກລະບາດໃຫ້ຖອຍໄປໃນເວລາໄວທີ່ສຸດ, ອາດຈະໃນຊຸມວັນຈະມາເຖິງ. ໃນນັ້ນ, ຖືສຸຂະພາບຂອງປະຊາຊົນເໜືອກວ່າສິ່ງໃດໝົດ; ພ້ອມກັນນັ້ນ, ຮັບປະກັນການຜະລິດດຳເນີນທຸລະກິດ, ບໍ່ປະໃຫ້ລະບົບສະໜອງຖືກຕັດຕອນ, ໂດຍສະເພາະແມ່ນໃນບັນດາເຂດອຸດສາຫະກຳ.
ທ່ານນາຍົກລັດຖະມົນຕີ ມີການປະຊຸມກັບແຂວງ ບັກຢາງ ແລະ ບັກນິງ ຜ່ານທາງອອນລາຍ ກ່ຽວກັບວຽກງານປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 (ພາບ: VGP) |


