ທ່ານນາງ Aung San Suu Kyi (ພາບ: TTXVN)

ຕາມທະນາຍຄວາມຂອງການນຳພົນລະເຮືອນ ມຽນມາແລ້ວ, ທ່ານນາງ Aung San Suu Kyi ຈະຂຶ້ນສານໃນວັນຈັນ ອາທິດໜ້າຢູ່ນະຄອນຫຼວງ Naypyidaw, ດ້ວຍບັນດາຂໍ້ກ່າວຫາທີ່ກ່ຽວຂ້ອງເຖິງການລະເມີດຂໍ້ກຳນົດຕ້ານໂລກລະບາດໂຄວິດ - 19 ແລະ ກຳມະສິດເຄື່ອງອຸປະກອນວິທະຍຸສື່ສານທີ່ບໍ່ມີໃບໜັງສືອະນຸຍາດ. ຕາມບັນດາທະນາຍຄວາມຂອງການນຳພົນລະເຮືອນມຽນມາ ແລ້ວ, ວາລະພິພາກສາຂອງສານຈະເລີ່ມຕົ້ນແຕ່ວັນທີ 14 ມິຖຸນາ ແລະ ຄາດວ່າ ຈະສິ້ນສຸດລົງໃນວັນທີ 26 ກໍລະກົດ. ນອກຈາກນັ້ນ, ທ່ານນາງ Aung San Suu Kyi ກໍ່ຈະຂຶ້ນວາລະພິພາກສາຂອງສານອື່ນໆ ທີ່ຄາດວ່າຈະເລີ່ມແຕ່ວັນທີ 15 ມິຖຸນາ ດ້ວຍບັນດາຂໍ້ກ່າວຫາ ກ່ຽວກັບການກໍ່ການຈະລາຈົນ ພ້ອມກັບທ່ານປະທານາທິບໍດີ Win Myint ແລະ ການນຳຂັ້ນສູງຂອງພັກ NLD.