ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ພ້ອມກັບການນຳກະຊວງ, ຂະແໜງການ, ທ້ອງຖິ່ນໄດ້ມອບທຶນການສຶກສາໃຫ້ແກ່ນັກຮຽນ 50 ຄົນທີ່ປະສົບກັບຄວາມຫຍຸ້ງຍາກຂອງເມືອງຮ່ວາງໂບ່ (ພາບ: daibieunhandan.vn)

ນະທີ່ນີ້, ທ່ານນາງ ຫງວຽນທິກິມເງິນ ໄດ້ມອບປ້າຍໂຮງຮຽນປະຖົມ ແລະ ໂຮງຮຽນມັດທະຍົມຕອນຕົ້ນ ດົ່ງເຊີນ, ຕາແສງດົ່ງເຊີນ, ເມືອງຮ່ວາງໂບ່ ໃຫ້ແກ່ຄູອາຈານ ແລະ ນັກຮຽນໃນໂຮງຮຽນ. ນີ້ແມ່ນໂຮງຮຽນໂດຍ ຈາກທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນໄດ້ຂົນຂວາຍການອຸປະຖຳ ຜ່ານການມອບ ລູກບານເຕະ ແລະ ເສື້ອແຂ່ງຂັນທີ່ມີລາຍເຊັນຂອງບັນດາສະມາຊິກທິມຊາດບານເຕະ U23 ຫວຽດນາມ. ການກໍ່ສ້າງໂຮງຮຽນດ້ວຍມູນຄ່າທັງໝົດແມ່ນ 8,3 ຕື້ດົ່ງໄດ້ຮັບການມອບຮັບນຳເຂົ້າເຄື່ອນໄຫວກ່ອນທີ່ເລີ່ມຕົ້ນສົກຮຽນໃໝ່ໃນປີ 2019 – 2020ອັນໄດ້ປະກອບສ່ວນຊ່ວຍໃຫ້ລູກຫຼານຂອງພໍ່ແມ່ພີ່ນ້ອງເຜົ່າຢ້າວຢູ່ທີ່ນີ້ ມີສະພາບແວດລ້ອມແຫ່ງການຮ່ຳຮຽນທີ່ສະດວກກ່ວາ.

ເນື່ອງໃນໂອກາດນີ້, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ພ້ອມກັບການນຳກະຊວງ, ຂະແໜງການ, ທ້ອງຖິ່ນໄດ້ມອບທຶນການສຶກສາໃຫ້ແກ່ນັກຮຽນ 50 ຄົນທີ່ປະສົບກັບຄວາມຫຍຸ້ງຍາກຂອງເມືອງຮ່ວາງໂບ່. ແລະກໍ່ໃນວັນດຽວກັນ, ທ່ານນາງ ຫງວຽນທິກິມເງິນ ແລະ ຄະນະປະຕິບັດງານໄດ້ໄປຢ້ຽມຢາມ, ມອບຂອງຂວັນໃຫ້ແກ່ບາງຄອບຄົວເປົ້າໝາຍນະໂຍບາຍ, ຄອບຄົວທຸກຍາກ ແລະ ໃກ້ຈະທຸກຍາກຢູ່ຕາແສງດົ່ງເຊີນ.