ທ່ານ ນາງ ປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກີມເງິນ

ໄລຍະຜ່ານມາ, ອົງການກວດສອບແຫ່ງລັດມີບົດບາດໜ້າທີ່ສຳຄັນທີ່ສຸດໃນວຽກງານປ້ອງກັນ,ຕ້ານການສໍ້ລາດບັງຫຼວງ, ພ້ອມທັງສະໜອງສຳເນົາ, ເອກະສານຫຼາຍສະບັບໃຫ້ບັນດາອົງການລັດທີ່ມີສິດອຳນາດເພື່ອກວດກາຕິດຕາມ, ເປັນຕົ້ນແມ່ນວຽກງານທີ່ກ່ຽວຂ້ອງເຖິງການແກ້ໄຂຂໍ້ຜິດພາດ. ທ່ານ ນາງ ປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກີມເງິນ ກໍ່ໄດ້ເນັ້ນໜັກວ່າ ເພື່ອຮັບປະກັນການເຄື່ອນໄຫວແບບເອກະລາດ, ອົງການກວດສອບແຫ່ງລັດຕ້ອງກຳແໜ້ນຫຼັກການ, ພຽງເຄື່ອນໄຫວຖືກຕາມກົດໝາຍ, ບໍ່ປະໃຫ້ບຸກຄົນໃດໜຶ່ງສາມາດແຊກແຊງເຂົ້າໃນການສະຫຼຸບຂອງການກວດສອບ. ຕາງໜ້າການນຳພັກ ແລະ ລັດຖະບານ, ປະທານສະພາແຫ່ງຊາດ ໄດ້ຊົມເຊີຍໝາກຜົນທີ່ອົງການກວດສອບແຫ່ງລັດໄດ້ປະຕິບັດໃນໄລຍະຜ່ານມາ.