ບັນດາຜູ້ແທນ ຫວຽດນາມ ຕ້ອນຮັບທ່ານນາງປະທານສະພາສູງ ແບນຊິກ Stéphanie D’Hose ຢູ່ສະໜາມບິນ (ພາບ:quochoi.vn)
ອອກຕ້ອນຮັບຄະນະຢູ່ສະໜາມບິນ ລວມມີ: ທ່ານນາງ ຫົວໜ້າກຳມາທິການສັງຄົມຂອງສະພາແຫ່ງຊາດ ຫງວຽນຖຸ່ຍແອັງ; ຮອງປະທານກຳມາທິການການຕ່າງປະເທດ ຂອງສະພາແຫ່ງຊາດ ໂດນຕວັນຟອງ; ທ່ານຫົວໜ້າສະຖາບັນຄົ້ນຄວ້ານິຕິບັນຍັດຂຶ້ນກັບຄະນະປະຈຳສະພາແຫ່ງຊາດ ຫງວຽນວັນຮ່ຽນ.

ທ່ານນາງປະທານສະພາສູງແຫ່ງ ລາຊະອານາຈັກ ແບນຊິກ Stephanie D’Hose ແມ່ນນັກການເມືອງຂັ້ນສູງສຸດຂອງ ແບນຊິກ ທີ່ມາຢ້ຽມຢາມ ຫວຽດນາມ ໃນປີນີ້. ນີ້ແມ່ນໂອກາດເພື່ອໃຫ້ສອງປະເທດຈັດຕັ້ງສະເຫຼີມສະຫຼອງວັນສ້າງຕັ້ງການພົວພັນທາງການທູດຄົບຮອບ 50 ປີ (22/03/1973 – 22/03/2023). ການຢ້ຽມຢາມ ແມ່ນເພື່ອແນໃສ່ຍູ້ແຮງການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ ກໍຄືການຮ່ວມມືລະຫວ່າງສະພາແຫ່ງຊາດ ຫວຽດນາມ ແລະ ລັດຖະສະພາ ແບນຊິກ; ເພີ່ມທະວີການສົມທົບລະຫວ່າງສອງປະເທດ ຢູ່ບັນດາເວທີປາໄສຫຼາຍຝ່າຍ ເປັນຕົ້ນແມ່ນ ສປຊ, ບັນດາອົງການລັດຖະສະພາລະດັບພາກພື້ນ ແລະສາກົນ.