ຈົດໝາຍຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຝາກເຖິງຄະນະນັກກິລາຫວຽດນາມ ທີ່ເຂົ້າຮ່ວມ Sea Games 30 (ພາບ: VOV)

ໃນຈົດໝາຍຝາກເຖິງຄູຝຶກ Park Hang – seo, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ອວຍພອນໃຫ້ທ່ານ ພ້ອມດ້ວຍຄະນະຄູຝຶກ ແລະ ທິມບານເຕະແຫ່ງຊາດຫວຽດນາມ ບັນລຸໄດ້ຜົນງານອັນໃຫຍ່ຫຼວງກວ່າອີກ ນໍາມາເຊິ່ງຄວາມພາກພູມໃຈໃຫ້ທັງປະຊາຊົນຫວຽດນາມ ແລະ ສ.ເກົາຫຼີ.

ສ່ວນໃນຈົດໝາຍຝາກເຖິງຄະນະນັກກິລາຫວຽດນາມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຊົມເຊີຍບັນດາຜົນງານໃນເບື້ອງຕົ້ນຂອງພະນັກງານ, ຄູຝຶກ ແລະ ບັນດານັກກິລາຫວຽດນາມທຸກຄົນ ທີ່ເຂົ້າຮ່ວມ Sea Games 30 ບັນລຸໄດ້, ພິເສດແມ່ນທິມບານເຕະຍິງແຫ່ງຊາດ. ທ່ານກໍປາດຖະໜາວ່າ ທິມບານເຕະຍິງແຫ່ງຊາດ ຈະສືບຕໍ່ກະກຽມໃຫ້ເປັນຢ່າງດີ, ສາມັກຄີກັນ, ແຂ່ງຂັນດ້ວຍສຸດຄວາມສາມາດຂອງຕົນ ແລະ ມຸ່ງໄປສູ່ການຮັກສາ ຫຼຽນຄໍາ Sea Games ຢ່າງສໍາເລັດຜົນ.