ຕອນບ່າຍວັນທີ 27 ຕຸລາ, ຢູ່ສຳນັກງານລັດຖະບານ (ຮ່າໂນ້ຍ), ທີ່ການຕ້ອນຮັບ ທ່ານນາງ Iris Cui, ຮອງປະທານ Apple ຮັບຜິດຊອບການເຄື່ອນໄຫວລະບົບສະໜອງພາກພື້ນ ອາຊີ - ປາຊີຟິກ, ທ່ານ ຟ້າມຢາຕຸກ ຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານ ຫວຽດນາມ ໄດ້ສະເໜີ Apple ໜູນຊ່ວຍວິສາຫະກິດ ຫວຽດນາມ ເຂົ້າຮ່ວມລະບົບສະໜອງຢ່າງເລິກເຊິ່ງກວ່າ, ເປີດກວ້າງການບຳລຸງສ້າງຊັບພະຍາກອນມະນຸດ ແລະ ການຮ່ວມມືເຕັກໂນໂລຢີສູງກວ່າອີກ.
ທີ່ການຕ້ອນຮັບ, ທ່ານຮອງນາຍົກລັດຖະມົນຕີ ຟ້າມຢາຕຸກ ສະເໜີ Apple ຍົກສູງທີ່ຕັ້ງຂອງ ຫວຽດນາມ ໃນຍຸດທະສາດການຜະລິດ ແລະ ລະບົບສະໜອງທົ່ວໂລກ. ພ້ອມທັງປາດຖະໜາຢາກໃຫ້ Apple ເປີດກວ້າງການພັດທະນາລະບົບສະໜອງຢູ່ ຫວຽດນາມ, ເປັນຕົ້ນແມ່ນຂອດທີ່ມີປະລິມານເຕັກນິກ, ພູມປັນຍາ ແລະ ມູນຄ່າເພີ່ມສູງຄື: ການຫັນເປັນອັດຕະໂນມັດ, ການບໍລິຫານຄຸນນະພາບ, ການອອກແບບຂັ້ນຕອນ ແລະ ການຄຸ້ມຄອງລະບົບສະໜອງ.
ສ່ວນທ່ານນາງ Iris Cui ສະເໜີ ຫວຽດນາມ ສືບຕໍ່ສ້າງກົນໄກໜູນຊ່ວຍການລົງທຶນສຳລັບບັນດາໂຄງການເຕັກໂນໂລຢີສູງໃຫ້ສົມບູນແບບ, ພິຈາລະນາບັນດາຂໍ້ຕິດຂັດກ່ຽວກັບພາສີອາກອນຜູ້ຮັບເໝົາ ແລະ ລະບຽບການອາກອນ ເພື່ອແນໃສ່ສ້າງຄວາມສະດວກໃຫ້ແກ່ການເຄື່ອນໄຫວຂອງ Apple ແລະ ບັນດານັກສະໜອງ.
