ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ໃຫ້ການຕ້ອນຮັບເອກອັກຄະລັດຖະທູດ ລັດເຊຍ ປະຈຳ ຫວຽດນາມ (ພາບ: VOV)
|
ທີ່ການຕ້ອນຮັບ, ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ໄດ້ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍ່ຖືການພົວພັນຄູ່ຮ່ວມມືຍຸດທະສາດຢ່າງຮອບດ້ານກັບ ລັດເຊຍ ເປັນສຳຄັນ, ທ່ານເນັ້ນໜັກວ່າ ສອງຝ່າຍຄວນຮັກສາ ກົນໄກຕິດຕາມກວດກາ, ຊຸກຍູ້ບັນດາຂົງເຂດຮ່ວມມືຢ່າງຮອບດ້ານ. ທ່ານຮອງນາຍົກລັດຖະມົນຕີໄດ້ມອບໃຫ້ບັນດາກະຊວງ, ຂະແໜງການຜັນຂະຫຍາຍບາງໂຄງການຮ່ວມມືລະອຽດລະຫວ່າງ ຫວຽດນາມ ແລະ ລັດເຊຍໂດຍໄວ, ຜ່ານນັ້ນເພີ່ມທະວີການລົງທຶນ, ຖ່າຍທອດເຕັກໂນໂລຢີ.
ທ່ານ ເອກອັກຄະລັດຖະທູດ ລັດເຊຍ ປະຈຳ ຫວຽດນາມ Gennady Bezdeko ຖືວ່າ ສອງປະເທດຄວນຍາດແຍ່ງທ່າໄດ້ປຽບຈາກສັນຍາການຄ້າເສລີຫວຽດນາມ ສະຫະພາບເສດຖະກິດ ອາຊີ - ເອີລົບ, ເປັນຕົ້ນແມ່ນບັນດາຂົງເຂດເຊິ່ງເປັນທ່າແຮງໃນການຮ່ວມມືລະຫວ່າງສອງປະເທດຄືນ້ຳມັນອາຍແກັດ, ພະລັງງານ, ການທ່ອງທ່ຽວ, ການສຶກສາ, ບຳລຸງສ້າງ, ວິທະຍາສາດ, ເຕັກໂນໂລຢີ.

