ທ່ານ ເລມິງຄ໊າຍ ຮອງນາຍົກລັດຖະມົນຕີ ຫວຽດນາມ ພົບປະກັບທ່ານSun Chanthol ຮອງນາຍົກລັດຖະມົນຕີ ກຳປູເຈຍ (ພາບ: VOV) |
ທີ່ການພົບປະກັບທ່ານ Sun Chanthol ຮອງນາຍົກລັດຖະມົນຕີ ກຳປູເຈຍ, ທ່ານ ເລມິງຄ໊າຍ ຮອງນາຍົກລັດຖະມົນຕີ ຫວຽດນາມ ໄດ້ຕີລາຄາວ່າ ການຮ່ວມມືລະຫວ່າງສອງປະເທດໃນໄລຍະຜ່ານມາຍັງຮັກສາໄດ້ທ່ວງທ່າພັດທະນາເປັນປົກກະຕິ ດ້ວຍການຮ່ວມມືດ້ານເສດຖະກິດແມ່ນຈຸດເດັ່ນ, ວົງເງິນການຄ້າມີການເຕີບໂຕຢ່າງກະໂດດຂັ້ນ ໃນໄຕມາດທີ 1 ຂອງປີ 2024. ໂດຍເຫັນດີຕໍ່ການຕີລາຄາດັ່ງກ່າວ, ທ່ານ Sun Chanthol ຮອງນາຍົກລັດຖະມົນຕີ ກຳປູເຈຍ ຖືວ່າ ເພື່ອບັນລຸໄດ້ເປົ້າໝາຍຍົກວົງເງິນການຄ້າສອງຝ່າຍຂຶ້ນເຖິງ 20 ຕື້ USD, ສອງປະເທດຕ້ອງເພີ່ມທະວີການພົວພັນດ້ານເສດຖະກິດ - ການຄ້າ - ການລົງທຶນ ແລະ ລັດຖະບານ ກຳປູເຈຍ ຈະສົ່ງເສີມບັນດາວິສາຫະກິດ ຫວຽດນາມ ມາລົງທຶນຢູ່ປະເທດ ກຳປູເຈຍ ໃຫ້ຫຼາຍກວ່າອີກ.
ທ່ານຮອງນາຍົກລັດຖະມົນຕີ ເລມິງຄ້າຍ ພົບປະກັບທ່ານ Gan Kim Yong ຮອງນາຍົກລັດຖະມົນຕີ ສິງກະໂປ (ພາບ: VOV) |


