ການເຮັດວຽກຂອງທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫ້ວ ກັບແມ່ທັບ 15(ພາບ: VGP)

ກ່າວຄຳເຫັນທີ່ການເຮັດວຽກ, ທ່ານຮອງນາຍົກລັດຖະມົນຕີເວືອງດິ່ງເຫ້ວໄດ້ຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງບັນດາກົມກອງທີ່ໄດ້ແກ້ໄຂຄວາມຫຍຸ້ງຍາກເພື່ອເຮັດສຳເລັດໜ້າທີ່ດ້ານການເມືອງເປັນຢ່າງດີ, ຮັກສາ ການປ້ອງກັນປະເທດ, ປ້ອງກັນຄວາມສະຫງົບໃຫ້ໝັ້ນຄົງ , ໜູນຊ່ວຍ ແລະ ຮັດໃຫ້ການດຳລົງຊີວິດຂອງພໍ່ແມ່ພີ່ນ້ອງເຂດຊາຍແດນມີສະຖຽນລະພາບ. ທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫ້ວ ເນັ້ນໜັ້ກວ່າ ເຖິງວ່າໃນສະພາບການໃດກໍ່ຕາມ, ບັນດາ ໜ່ວຍງານປ້ອງກັນປະເທດຕ້ອງເສີມຂະຫຍາຍມູນເຊື້ອຂອງກອງທັບປະຊາຊົນ ຫວຽດນາມວິລະຊົນ, ຜ່ານຜ່າທຸກໆຄວາມຫຍຸ້ງຍາກ, ສິ່ງທ້າທາຍເພື່ອ ປະຕິດບັດສຳເລັດໜ້າທີ່ເປັນຢ່າງດີ, ປະກອບສ່ວນກໍ່ສ້າງກອງທັບ, ພັດທະນາເສດຖະກິດ - ສັງຄົມ ແລະ ການປ້ອງກັນປະເທດ, ປ້ອງກັນຄວາມສະຫງົບໃນບໍລິເວນຍຸດທະສາດແຫ່ງຊາດ.