ທີ່ການຕ້ອນຮັບ, ທ່ານ ລົວຊີ ໃຫ້ຮູ້ວ່າ ດ້ວຍຄວາມປາດຖະໜາຢາກຂຸດຄົ້ນຕະຫຼາດທີ່ເຕັມໄປດ້ວຍຄວາມສາມາດບົ່ມຊ້ອນຢູ່ຫວຽດນາມ, ກຸ່ມບໍລິສັດ ທ້າຍປິ໊ງ ໄດ້ດຳເນີນການສຳຫຼວດກວດກາການຕະຫຼາດບາງຄັ້ງ ແລະ ແລກປ່ຽນກັບບັນດາອົງການທີ່ກ່ຽວຂ້ອງຂອງຫວຽດນາມ, ເຫັນໄດ້ວ່າ ການພັດທະນາປະກັນໄພຢູ່ ຫວຽດນາມຕ້ອງເໝາະສົມກັບນະໂຍບາຍກໍ່ຄືທິດທາງກ່ຽວກັບການພັດທະນາສັງຄົມຂອງປະເທດໃນປັດຈຸບັນ, ກຸ່ມບໍລິສັດ ທ້າຍປິ໊ງປາດຖະໜາຢາກໄດ້ຮັບການອານຸຍາດຈາກລັດຖະບານໃຫ້ຕັ້ງຫ້ອງການ ແລະ ຈົດທະບຽນເຄື່ອງໝາຍເພື່ອດຳເນີນທຸລະກິດຢູ່ຕະຫຼາດ ຫວຽດນາມ.
ສ່ວນທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫ້ວ ເນັ້ນໜັກວ່າ ຕະຫຼາດປະກັນໄພຫວຽດນາມ ມີການພັດທະນາດ້ວຍລະດັບຄວາມໄວສູງ ແລະ ມີຄວາມສາມາດບົ່ມຊ້ອນອັນໃຫຍ່ຫຼວງ. ສຳລັບປະກັນໄພສັງຄົມ, ແຜນນະໂຍບາຍຂອງ ຫວຽດນາມແມ່ນພັດທະນາລະບົບປະກັນໄພສັງຄົມຫຼາຍຊັ້ນ, ມຸ່ງໄປສູ່ເປົ້າໝາຍປະຊາຊົນທຸດຄົນລ້ວນແຕ່ໄດ້ນຳໃຊ້ປະກັນໄພສັງຄົມ.
