ຕອນ​ຄ່ຳ​ວັນທີ 24 ກໍ​ລະ​ກົດ, ກ່າວ​ຄຳ​ເຫັນ​ທີ່​ລາຍ​ການ​ສະ​ແດງ​ສິ​ລະ​ປະພິ​ເສດ “ອາ​ຍຸ 20 ປີ​ຕະຫຼອດ​ການ” ເນື່ອງ​ໃນ​ໂອ​ກາດວັນລະນຶກ 79 ປີ​ແຫ່ງວັນ​ທະ​ຫາຍ​ເສຍ​ອົງ​ຄະ - ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ (27/7/1947 - 27/7/2026) ທີ່ດຳ​ເນີນ​ຢູ່​ສະ​ໜາມຫຼວງ 30 ຕຸ​ລາ ໂດຍ​ແຂວງ ກວ໋າງ​ນິງ​ ຈັດ​ຂຶ້ນ, ທ່ານນາງ ຟ້າມ​ທິ​ແທັງ​ຈ່າ ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດນາມ ​ຢັ້ງ​ຢືນວ່າ​: ການ​ເສຍ​ສະຫຼະ​ຊີ​ວິດ, ການ​ອຸດ​ທິດ​ສ່ວນ​ຂອງ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ, ທະ​ຫານ​ເສຍ​ອົງ​ຄະ, ທະ​ຫານ​ເຈັບ​ປ່ວຍ ແລະ ຜູ້​ມີ​ຄຸນ​ງາມ​ຄວາມ​ດີ​ແມ່ນ​ພື້ນ​ຖານ​ເພື່ອ​ໃຫ້​ປະ​ເທດ​ຊາດ​ມີ​ສັນ​ຕິ​ພາບ, ທ້ອນ​ໂຮມ​ເປັນ​ເອ​ກະ​ພາບ ແລະ ພັດ​ທະ​ນາ​ໃນ​ປັດ​ຈຸ​ບັນ. ພັກ, ລັດ ແລະ ປະ​ຊາ​ຊົນ ໄດ້ຈາ​ລຶກ, ສະ​ແດງ​ຄວາມ​ຮູ້​ບຸ​ນ​ຄຸນ​ຕໍ່​ບັນ​ດາ​ການ​ອຸ​ທິດ​ສ່ວນ​ນີ້​ຕະຫຼອດໄປ; ພ້ອມ​ທັງ​ສືບ​ຕໍ່​ເບິ່ງ​ແຍງ​ດູ​ແລ​ຊີ​ວິດທາງ​ດ້ານ​ວັດ​ຖຸ ແລະ ຈິດ​ໃຈ​ຂອງ​ຜູ້​ມີ​ຄຸນ​ງາມ​ຄວາມ​ດີ ແລະ ບັນ​ດາ​ຄອບ​ຄົວ​ນະ​ໂຍ​ບາຍ ໃຫ້​ນັບ​ມື້​ນັບ​ດີ​ຂຶ້ນ. ທ່ານ​ນາງໃຫ້​ຮູ້​ວ່າ:

ດ້ວຍ​ຈິດ​ໃຈ​ທີ່​ເຄົາ​ລົບ ແລະ ການ​ສະ​ແດງ​ຄວາມ​ຮູ້​ບຸ​ນ​ຄຸນ​ຢ່າງ​ຍິ່ງ​ໃຫຍ່, ພວກ​ເຮົາ ອາ​ໄລ​ຫາ​ບັນ​ດາ​ຜູ້​ຄົນ​ສ້າງ​ປະ​ຫວັດ​ສາດ, ພ້ອມ​ທັງ​ມີ​ຄວາມ​ຮັ​ບ​ຮູ້​ຢ່າງ​ເລິກ​ເຊິ່ງກ່ຽວ​ກັບ​ການ​ສືບ​ທອດ​ມູນ​ເຊື້ອ​ປະ​ຕິ​ວັດ, ຈິດ​ໃຈ​ສ້າງ​ຄວ​າມ​ເຂັ້​ມ​ແຂງ​ດ້ວຍ​ຕົນ​ເອງ​ຢ່າງ​ສະ​ຫງ່າ​ຜ່າເຜີຍ, ມີ​ຄວາມ​ເອກອ້າງທະນົງ​ໃຈ​ຕໍ່​ຊາດ ແລະ ຄຸນ​ຄ່າ​ຊີ​ວິດ​ອັນ​ສູງ​ສົ່ງ​ຂອງ​ຄົນ​ລຸ້ນ​ພໍ່​ລຸ້ນ​ອ້າຍ, ໄດ້​ກາຍ​ເປັນ​ກຳ​ລັງ​ແຮງ​ພາຍ​ໃນ​ອັນ​ຍິ່ງ​ໃຫຍ່ ແລະ ເຈດ​ຈຳ​ນົງ, ຄຸນ​ນະ​ທາດ, ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ, ຄວາມ​ມຸ່ງ​ຫວັງ​ເພື່ອ​ໃຫ້​ທັງ​ຊາດພວກ​ເຮົາ​ຮ່ວມ​ແຮງຮ່ວມ​ໃຈ​ສ້າງ​ຫວຽດ​ນາມ ໃຫ້ນັບ​ມື້​ນັບ​ສວຍ​ງາມ, ຮັ່ງມີ, ສີ​ວິ​ໄລ, ເພື່ອ​ໃຫ້​ປະ​ຊາ​ຊົນ​ມີ​ການ​ດຳ​ລົ​ງ​ຊີ​ວິດ​ທີ່​ນັບ​ມື້​ນັບ​ອີ່ມ​ໜຳ​ສຳ​ລານ, ສົມ​ບູນ​ພູມ​ສຸກ​ໃນ​ສັນ​ຕິ​ພາບ, ມີ​ສະ​ຖຽ​ນ​ລະ​ພາບ ແລະ ພັດ​ທະ​ນາ​ປະ​ເທດ​ຊາດ.