ຕອນເຊົ້າວັນທີ 15 ກັນຍາ, ຢູ່ຫໍສະພາແຫ່ງຊາດ, ຮ່າໂນ້ຍ, ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ ແລະ ພັນລະຍາ ນາງ ໂງເຟືອງລີ ໄດ້ເປັນປະທານພິທີຕ້ອນຮັບ ພະບາດສົມເດັດພຣະເຈົ້າມະຫາວະຊິຣາລົງກອນ ພຣະຣາຊີນີ ສຸທິດາໃນໂອກາດມາຢ້ຽມຢາມທາງລັດຖະກິດ ຫວຽດນາມ ຢ່າງເປັນທາງການ(14-16/9). ການຢ້ຽມຢາມທາງລັດຖະກິດ ຫວຽດນາມ ຂອງ ພະບາດສົມເດັດພຣະເຈົ້າມະຫາຊີວິດ ແຫ່ງລາຊະອານາຈັກ ໄທແລະ ພຣະຣາຊີນີ ມີຄວາມໝາຍສຳຄັນພິເສດ, ແມ່ນຂີດໝາຍປະຫວັດສາດໃໝ່ໃນການພົວພັນມິດຕະພາບ ການຮ່ວມມືອັນດີງາມລະຫວ່າງ ຫວຽດນາມ ໄທ ໃນໄລຍະ 50 ປີຜ່ານມາ.
