ຕອນບ່າຍວັນທີ 25 ສິງຫາ, ຢູ່ຮ່າໂນ້ຍ, ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດຫວຽດນາມ ໄດ້ມີການເຮັດວຽກກັບຄະນະພັກລັດຖະບານ ແລະ ບັນດາອົງການກ່ຽວກັບສະພາບການປະຕິບັດນະໂຍບາຍສະຫວັດດີການສັງຄົມ, ເປັນຕົ້ນແມ່ນສຳລັບບັນດາເປົ້າໝາຍທີ່ມີຄວາມສ່ຽງສູງ, ສະເໜີແຜນນະໂຍບາຍ, ວິທີການແກ້ໄຂໃນໄລຍະຈະມາເຖິງ.
ກ່າວຄຳເຫັນຊີ້ນຳຢູ່ກອງປະຊຸມ, ທ່ານເລຂາທິການໃຫຍ່, ປະທານປະເທດໂຕເມິມເນັ້ນໜັ້ກວ່າ ສະຫວັດດີການສັງຄົມແມ່ນສິດພື້ນຖານຂອງປະຊາຊົນ, ແມ່ນຄວາມຮັບຜິດຊອບຂອງລັດ ແລະ ທົ່ວສັງຄົມ, ທັງກແມ່ນການລົງທຶນໃຫ້ມະນຸດ ແລະ ອະນາຄົດຂອງປະເທດ. ປະສິດທິຜົນຂອງນະໂຍບາຍຕ້ອງໄດ້ຮັບການສັງເກດຢ່າງຄົບຖ້ວນຜ່ານສຸຂະພາບ, ການສຶກສາ, ຄຸນນະພາບແຫຼ່ງຊັບພະຍາກອນມະນຸດ, ສະຖຽນລະພາບໃນສັງຄົມ ແລະ ຄວາມໄວ້ເນື້ອເຊື່ອໃຈຂອງປະຊາຊົນ. ພ້ອມທັງຮັບປະກັນໃຫ້ປະຊາຊົນໝົດທຸກຄົນ, ໃນນັ້ນໃຫ້ບຸລິມະສິດແຫຼ່ງກຳລັງແກ່ຜູ້ຈຳເປັນໄດ້ຮັບການປົກປ້ອງທີ່ສຸດ, ເປັນຕົ້ນແມ່ນເດັກນ້ອຍ, ຜູ້ມີອາຍຸກສູງແຕ່ບໍມີເງິນບຳນານ, ຄົນພິການ, ຄົນທຸກຍາກ, ພໍ່ແມ່ປະຊາຊົນບັນດາເຜົ່າສ່ວນໜ້ອຍ, ຜູ້ປະສົບກັບໄພທຳມະຊາດ, ບໍ່ມີວຽກເຮັດງານທຳ, ຜູ້ປະສົບເຄາະຮ້າຍຈາກການໃຊ້ຄວາມຮຸນແຮງ ແລະ ຜູ້ບໍ່ມີຄວາມສາມາດປ້ອງກັນຕົວ.
