ຕອນ​ເຊົ້າ​ວັນ​ທີ 25 ສິງ​ຫາ, ຢູ່​ຫ້ອງ​ການ​ສູນ​ກາງ​ພັກ, ທ່ານ​ ໂຕ​ເລິມ ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ປະ​ທານ​ປະ​ເທດ ໄດ້​ເປັນ​ປະ​ທານ​ການ​ເຮັດ​ວຽກ​ກັບ​ບັນ​ດາ​ອົງ​ການ​ທີ່​ກ່ຽວ​ຂ້ອງ​ເພື່ອ​ຕີ​ລາ​ຄາ​ໝາກ​ຜົນ 1 ປີ​ແຫ່ງ​ການ​ຜັນ​ຂະ​ຫຍາຍ​ການ​ປະ​ຕິ​ບັດ​ມະ​ຕິ​ເລກ​ທີ 71 ຂອງ​ກົມ​ການ​ເມືອງ ກ່ຽວ​ກັບ​ກາ​ນ​ບຸກ​ທະ​ລຸ​ພັດ​ທະ​ນາ​ການ​ສຶກ​ສາ ແລະ ບຳ​ລຸງ​ສ້າງ. ກ່າວ​ຄຳ​ເຫັນ​ຊີ້​ນຳກອງ​ປະ​ຊຸມ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທາ​ນ​ປະ​ເທດ ເນັ້ນ​ໜັ້ກ​ວ່າ​ໃນ​ໄລ​ຍະ​ຈະ​ມາ​ເຖິງ, ຂະ​ແໜງ​ການ​ສຶກ​ສາ​ຕ້ອງ​ຫັນ​ປ່ຽນ​ຢ່າງ​ແຮງໄປ​ສູ່​ການ​ຈັດ​ຕັ້ງ​ປະ​ຕິ​ບັດ ແລະ ສ້າງ​ໝາກ​ຜົນ​ຢ່າງ​ແທ້​ຈິງ, ນຳ​ມະ​ຕິ​ເຂົ້າ​ການ​ດຳ​ລົງ​ຊີ​ວິດ ແລະ ສ້າງ​ໝາກ​ຜົນ​ຢ່າງ​ລະ​ອຽດ. ພ້ອມ​ທັງ, ສຸມ​ໃສ່​ຮັບ​ປະ​ກັນ​ບັນ​ດາ​ເງື່ອນ​ໄຂ​ຈຳ​ເປັນ​ໃຫ້​ແກ່​ການ​ສຶກ​ສາ, ກ່ອນ​ອື່ນໆ​ໝ​ົດ​ຕ້ອງ​ປະ​ຕິ​ບັດ​ໃຫ້​ໄດ້​ເປົ້າ​ໝາຍ “ມີ​ໂຮງ​ຮຽນ, ມີຫ້ອງ​ຮຽນ, ມີຄູ​ອາ​ຈານ​ຢ່າງ​ພຽງ​ພໍ”

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທາ​ນປ​ະ​ເທດ ຮຽກ​ຮ້ອງ​ຕ້ອງ​ສ້າງ​ການ​ປ່ຽນ​ແປງ​ໃໝ່​ຂະ​ແໜງ​ການ​ສຶກ​ສາ​ຢ່າງ​ແທ້​ຈິງ​ຈາກ​ພາຍ​ໃນ, ນັບ​ແຕ່​ການ​ຄຸ້ມ​ຄອງ​ບໍ​ລິ​ຫານໂຮງ​ຮຽນ, ຖັນ​ແຖນ​ຄູ​ອາ​ຈານ​ຕະຫຼອດ​ຮອດ​ເນື້ອ​ໃນ, ວິ​ທີ​ການ​ສິດ​ສອນ ແລະ ການ​ຮຽນ, ການ​ສອບ​ເສັງ, ການກວດ​ກາ, ຕີ​ລາ​ຄາ. ທ່ານ​ໃຫ້​ຮູ້​ວ່າ:

ນີ້​ແມ່ນ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ສຳ​ຄັນ​ພິ​ເສດ​ພາຍຫຼັງ​ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ XIV. ພວກ​ເຮົາ​ຕ້ອງ​ແກ້​ໄຂ​ສອງ​ບັນ​ຫາ​ພ້ອມ​ກັນ, ນັ້ນ​ແມ່ນ: ຍົກ​ລະ​ດັບ​ທັກ​ສະ​ຂອງ​ກຳ​ລັງ​ແຮ​ງ​ງານ​ໂດຍ​ໄວ​ເມື່ອ​ອັດ​ຕາ​ແຮງ​ງານ​ມີ​ໃບ​ປະ​ກາດ, ໃບ​ຢັ້ງ​ຢືນ​ຍັງ​ຕ່ຳ, ແລະ ບຳ​ລຸງ​ສ້າງ​ຖັນ​ແຖວ​ບຸກ​ຄະ​ລາ​ກອນ​ຍອດ​ຢ້ຽມ, ຊັບ​ພະ​ຍາ​ກອນ​ມະ​ນຸດ​ນຳ​ໃຊ້​ເຕັກ​ໂນ​ໂລ​ຢີ​ຍຸດ​ທະ​ສາດ​ໃຫ້​ແກ່​ບັນ​ດາ​ຂົງ​ເຂດ​ຕັດ​ສິນ​ກຳ​ລັງ​ແກ້ງ​ແຍ້ງ​ໃນ​ອະ​ນາ​ຄົດ​ຂອງ​ປະ​ເທດ​ຊາດ.

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ເນັ້ນ​ໜັກ​ວ່າ ວັນ​ທີ 5 ກັນ​ຍາ, ທົ່​ວ​ປະ​ເທດ​ກ້າວ​ເຂົ້​າ​ສູ່​ສົກ​ຮຽນ 2026 – 2027, ນີ້​ແມ່ນ​ຂີດ​ໝາຍ​ແຫ່ງ​ການ​ປ່ຽນ​ແປງ​ສະ​ພາບ​ການ​ໃນ​ການ​ປະ​ຕິ​ບັດ​ມະ​ຕິ​ເລກ​ທີ 71: ​ຈາກ​ການສ້າງ​ພື້ນ​ຖານ​ໃຫ້​ນະ​ວັດ​ຕະ​ກຳ, ໄປ​ສູ່​ການ​ປ່ຽນ​ແປງ​ໃໝ່​ຢ່າງ​ແທ້​ຈິງ.