ຕາມ​ມະ​ຕິ​ຂອງ​ສະ​ພາ​ແຫ່ງ​ຊາດ, ນະ​ຄອນ ດົ່ງ​ນາຍ ໄດ້​ຮັບ​ການ​ສ້າງ​ຕັ້ງ​ຢ່າງ​ເປັນ​ທາງ​ການ​ແຕ່​ວັນ​ທີ 30 ເມ​ສາ 2026. ນະ​ຄອນ ດົ່ງ​ນາຍ ​ຕິດ​ກັບ​ນະ​ຄອນ ໂຮ່​ຈີ​ມິນ, ແຂວງ ເລິມ​ດົ່ງ, ແຂວງ ເຕີຍ​ນິງ ແລະ ລາ​ຊະ​ອາ​ນາ​ຈັກ ກຳ​ປູ​ເຈຍ. ນະ​ຄອນ ດົ່ງ​ນາຍ ມີ​ເນື້ອ​ທີ່​ທຳ​ມະ​ຊາດກວ້າງກວ່າ 12.700 km2, ປະ​ຊາ​ກອນ​ມີ​​ເກືອບ 5 ລ້ານ​ຄົນ, ມີ 95 ຫົວ​ໜ່ວຍ​ບໍ​ລິ​ຫານ​ຂັ້ນ​ຕາ​ແສງ… ເມື່ອ​ກ່າວ​ຄຳ​ເຫັນ​ນະ​ທີ​່​ນີ້, ທ່ານໂຕ​ເລິມ ​ເລ​ຂາ​ທິ​ການ​ໃຫຍ່ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ປະ​ທານ​ປະ​ເທດ ຫວຽດ​ນາມ ​ເນັ້ນ​ໜັກ​ວ່າ ການ​ສ້າງ​ຕັ້ງ​ນະ​ຄອນ ດົ່ງ​ນາຍ ຂຶ້ນ​ກັບ​ສູນ​ກາງ ແມ່ນ​ຂີດ​ໝາຍ​ໃຫຍ່, ເປີດ​ໄລ​ຍະ​ທາງ​ໃໝ່:

“​ສ້າງ​ ດົ່ງ​ນາຍ​ໃຫ້ເປັນ​ນະ​ຄອນ​ຂຶ້ນ​ກັບ​ສູນ​ກາງ. ນັບ​ແຕ່​ມື້​ນີ້​ເປັນ​ຕົ້ນ​ໄປ, ດົ່ງ​ນາຍ ຕ້ອງ ພັດ​ທະ​ນາ​ຕາມ​ມາດ​ຕະ​ຖານສູງກວ່າ, ບືນ​ຕົວ​ຂຶ້ນ​ເປັນ​ຕົວ​ເມືອງ​ທີ່​ມີ​ກຳ​ລັງ​ຂັບ​ເຄື່ອນ, ມີ​ຄວາມ​ສາ​ມາດ​ແກ້ງ​ແຍ້ງ​ສູງ, ມີ​ກຳ​ລັງ​ແຜ່​ກະ​ຈາຍ​ຢ່າງແຮງ​ໃນເຂດຕາ​ເວັນ​ອອກ​ພາກ​ໃຕ້ ແລະ ທົ່ວ​ປະ​ເທດ. ສູ້​ຊົນເພື່ອ​ໃຫ້ ດົ່ງ​ນາຍ ມີ​ຊື່​ໃນ​ບັນ​ດາ​ຕາ​ຕະ​ລາງ​ຈັດ​ອັນ​ດັບ ນະ​ຄອນ​ທີ່​ໜ້າ​ດຳ​ລົງ​ຊີ​ວິດ ແລະ startup ຂອງ ອາ​ຊີ ແລະ ໂລກ ຄື ຮ່າ​ໂນ້ຍ ແລະ ນະ​ຄອນ ໂຮ່​ຈີ​ມິນ ໄດ້​ນຳ​ໜ້າ. ເພື່ອ​ມຸ່ງ​ໄປ​ເຖິງວິ​ໄສ​ທັດ​ນັ້ນ, ພະ​ນັກ​ງານ, ສະ​ມາ​ຊິກ​ພັກ, ປະ​ຊາ​ຊົນ​ແຕ່​ລະ​ຄົນ, ວິ​ສາ​ຫະ​ກິ​ແຕ່​ລະ​ແຫ່ງ​ຕ້ອງ​ຮ່ວມ​ແຮງ​ຮ່ວມ​ໃຈ​ເຮັດ​ໃຫ້​ນະ​ຄອນ ພັດ​ທະ​ນາ​ກວ່າ, ມີສີ​ວິ​ໄລ​ກວ່າ, ປອດ​ໃສ - ສີ​ຂຽວ - ສະ​ອາດ - ສວຍ​ງາມ, ​ເປັນໜ້າ​ດຳ​ລົງ​ຊີ​ວິດກວ່າ ແລະ ປະ​ກອບ​ສ່ວນ​ໃຫ້​ແກ່​ປະ​ເທດ​ຊາດຫຼາຍກວ່າ​ອີກ.”

ວັນ​ຫຽວ