ເມື່ອຕອບສຳພາດຕໍ່ນັກຂ່າວ VOV ເນື່ອງໃນໂອກາດນີ້, ທ່ານ ຟານມິງຢາງ ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມແຫ່ງ ສສ ຫວຽດນາມ ປະຈຳ ນິວຊີແລນ ເນັ້ນໜັກວ່າ: ການຢ້ຽມຢາມມີຄວາມໝາຍປະຫວັດສາດ ເມື່ອເປັນທຳອິດທີ່ເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ​ເດີນ​ທາງຢ້ຽມຢາມທາງລັດຖະກິດ ນິວຊີແລນ. ສິ່ງດັ່ງກ່າວສະແດງໃຫ້ເຫັນການຖືເປັນສຳຄັນ ແລະ ບຸລິມະສິດສູງຂອງ ຫວຽດນາມ ໃນການພົວພັນກັບ ນິວຊີແລນ, ເປັນຄູ່ຮ່ວມມືຍຸດທະສາດຮອບດ້ານທີ່ສຳຄັນ ແລະ ມີປະສິດທິຜົນຢູ່ພາກພື້ນ. ທ່ານກ່າວວ່າ:

“ການຢ້ຽມຢາມທາງລັດຖະກິດຢູ່ ນິວຊີແລນ ຂອງ ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລີມ ຄັ້ງນີ້ໄດ້ຮັບຄວາມຫວັງວ່າຈະສ້າງກຳລັງໜູນໃໝ່ ເພື່ອຍົກລະດັບການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ລະຫວ່າງ ຫວຽດນາມ - ນິວຊີແລນ ໃນສັງກາດໃໝ່, ສົມກັບຄວາມສາມາດບົ່ມຊ້ອນ ແລະ ທີ່ຕັ້ງບົດບາດຂອງສອງປະເທດ, ນຳມາເຊິ່ງຜົນປະໂຫຍດທີ່ແທດຈິງກວ່າ ແລະ ຕອບສະໜອງຄວາມມຸ່ງມາດປາດຖະໜາຂອງປະຊາຊົນ ແລະ ວິສາຫະກິດດີກວ່າ, ປະກອບສ່ວນປະຕິບັດການຫັນເປົ້າໝາຍ ການພັດທະນາຂອງແຕ່ລະປະເທດໃຫ້ປະກົດຜົນເປັນຈິງ ແລະ ປະກອບສ່ວນຢ່າງຕັ້ງໜ້າໃຫ້ແກ່ສະພາບແວດລ້ອມ​ແຫ່ງສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາແບບຍືນຍົງຢູ່ພາກພື້ນ ແລະ ຢູ່ໃນໂລກ”.

ໃນຂະນະນັ້ນ, ທ່ານ James Kember, ອະ​ດີດເອກອັກຄະລັດ ຖະທູດ ນິວຊີແລນ ປະຈຳ ຫວຽດນາມ ໃຫ້ຂໍ້ສັງເກດວ່າ: ການຢ້ຽມຢາມແມ່ນການເຄື່ອນໄຫວແລກປ່ຽນຄະນະຂັ້ນສູງລະຫວ່າງ ສອງປະເທດ, ຈາກອຳນາດການປົກຄອງ ຕະຫຼອດຮອດອົງການບໍ່ຂຶ້ນກັບລັດຖະບານ ຫຼື ວົງການດຳເນີນທຸລະກິດ - ນັກລົງທຶນ. ທ່ານ James Kember ກ່າວວ່າ:

“ຂ້າພະເຈົ້າເຫັນວ່າ ຍັງມີຄວາມສາມາດບົ່ມຊ້ອນຫຼາຍ​ຢ່າງເພື່ອຮ່ວມມື ໃນ​ການຮັກສາສັນຕິພາບ ແລະ ຄວາມໝັ້ນຄົງກວ່າອີກ ຍ້ອນວ່າມັນສົ່ງ ຜົນກະທົບໃຫຍ່ຫຼວງເຖິງສອງປະເທດພວກເຮົາ. ​ຕ້ອງຮ່ວມມືກ່ຽວກັບດ້ານວິທະຍາສາດ ແລະ ເຕັກໂນໂລຊີ​ໃຫ້ຫຼາຍກວ່າ. ຕ້​ອງປະຕິບັດບັນດາໂຄງການກ່ຽວກັບການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແລະ ຮັບມືກັບບັນດາຜົນສະທ້ອນຈາກສະພາບ ສຸກເສີນທາງອາກາດຫຼາຍກວ່າອີກ. ພວກເຮົາຕ້ອງບັນລຸໄດ້ ຄວາມເທົ່າທຽມກັນລະຫວ່າງດ້ານຈຳນວນ ແລະ ຄຸນນະພາບ”.

ນັກຂ່າວ VOV ປະຈຳ ອົດສະຕາລີ