ທ່ານ ປະທານາທິບໍດີອາເມລິກາ Donald Trump (ພາບ: Reuters)

ສະພາຕ່ຳອາເມລິກາສືບຕໍ່ຮັບຮອງເອົາມາດຕາ ພິຈາລະນາກະທຳພິດທ່ານ Donald Trump ທີ່ກີດກັ້ນສະພາຕ່ຳຂອງ. ມາດຕາໄດ້ຮັບການຮັບຮອງເອົາດ້ວຍບັດສະໜັບສະໜູນ 229 ບັດຂອງບັນດາສະມາຊິກພັກປະຊາທິປະໄຕ ແລະ ບັດຄ້ານ 198 ບັດລວມມີບັນດາສະມາຊິກພັກສາທາລະນະທັງໝົດ ແລະ ສະມາຊິກພັກປະຊາທິປະໄຕ 3 ທ່ານ.

ດັ່ງນັ້ນ ທ່ານ Donald Trump, ປະທານາທິບໍດີ ຜູ້ທີ 45 ຂອງ ອາເມລິກາ, ໄດ້ກາຍເປັນ ປະທານາທິບໍດີຜູ້ທີ 3 ໃນ ປະຫວັດສາດອາເມລິກາຖືກກ່າວພິຈາລະນາການກະທຳພິດ.