ທ່ານປະທານາທິບໍດີ ອາເມລິກາ Joe Biden ແລະ ທ່ານມີແຜນເຈລະຈາກັບທ່ານປະທານປະເທດ ຈີນ ສີຈິ້ນຜິງ (ພາບ: AFP/TTXVN)

ວັນທີ 20 ກໍລະກົດ, ທ່ານປະທານາທິບໍດີ ອາເມລິກາ Joe Biden ໃຫ້ຮູ້ວ່າ ທ່ານມີແຜນເຈລະຈາກັບທ່ານປະທານປະເທດ ຈີນ ສີຈິ້ນຜິງ ໃນທ້າຍເດືອນນີ້. ໂດຍຕອບຄຳຖາມຕໍ່ວົງການນັກຂ່າວພາຍຫຼັງກັບມາຈາກການປະຕິບັດງານຢູ່ Massachusetts, ທ່ານປະທານາທິບໍດີ ອາເມລິກາ Joe Biden ໃຫ້ຮູ້ວ່າ ຈະເຈລະຈາກັບທ່ານປະທານປະເທດ ຈີນ ສີຈິ້ນຜິງ ໃນຮອບເວລາ 10 ວັນຈະມາເຖິງ.

ຖ້າມີການເຈລະຈາ, ນີ້ຈະແມ່ນການປຶກສາຫາລືຄັ້ງທຳອິດໃນ 4 ເດືອນຜ່ານມາ ລະຫວ່າງການນຳສອງປະເທດ ອາເມລິກາ ແລະ ຈີນ ໃນສະພາບການທີ່ອຳນາດການປົກຄອງ ວໍຊິງຕັນ ພວມຊັ່ງຊາຍົກເລີກພາສີນ້ຳເຂົ້າສິນຄ້າບາງຊະນິດຂອງຈີນ ເພື່ອແນໃສ່ຫຼຸດຜ່ອນໄພເງິນເຟີ້ສຳລັບຜູ້ບໍລິໂພກ ອາເມລິກາ.