ທ່ານນາງຮອງປະທານປະເທດ ຫວໍທິແອັງຊວັນ ແລະ ທ່ານປະທານາທິບໍດີ ບຸນກາຣີ Rumen Radev ຢ້ຽມຢາມຫໍພິພິທະພັນການທະຫານ (ພາບ: VOV) |
ນະທີ່ນີ້, ທ່ານນາງຮອງປະທານປະເທດ ຫວໍທິແອັງຊວັນ ພ້ອມດ້ວຍທ່ານປະທານາທິບໍດີ ບຸນກາຣີ Rumen Radev ໄດ້ຮັບຟັງການແນະນຳ, ບັນຍາຍກ່ຽວກັບ 6 ຫົວຂໍ້ວາງສະແດງ, ຈາກຊຸມມື້ທຳອິດສ້າງສາປະເທດຊາດ ຕະຫຼອດຮອດການຕໍ່ຕ້ານທີ່ລຳບາກຍາກເຂັນຂອງຊາດ ຫວຽດນາມ ລວມໄປເຖິງພາລະກິດແຫ່ງການສ້າງສາ ແລະ ປົກປັກຮັກສາປະເທດຊາດ.
ທ່ານປະທານາທິບໍດີ ບຸນກາຣີ Rumen Radev ແບ່ງປັນວ່າ ການຢ້ຽມຢາມນີ້ແມ່ນ “ການລົງຕົວຈິງຄັ້ງພິເສດ ແລະ ບໍ່ອາດລືມໄດ້” ຂອງ ທ່ານ ເມື່ອໄດ້ມີຄວາມເຂົ້າໃຈແຈ້ງກວ່າກ່ຽວກັບການຕໍ່ຕ້ານທີ່ລຳບາກຍາກເຂັນ ເພື່ອຍາດເອົາເສລີພາບ, ເອກະລາດຂອງຊາດ ຫວຽດນາມ.
ກໍໃນຕອນບ່າຍຂອງວັນດຽວກັນ, ທ່ານນາງ ຫງວຽນທິມິງງວຽດ, ພັນລະຍາຂອງທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ແລະ ທ່ານນາງ Desislava Radeva, ພັນລະຍາຂອງທ່ານປະທານາທິບໍດີ ບຸນກາຣີ Borje Ekholm, ໄດ້ໄປຢ້ຽຢາມໂຮງຮຽນອະນຸບານ ຫວຽດນາມ - ບຸນກາຣີ (ຮ່າໂນ້ຍ). ໂຮງຮຽນແຫ່ງດັ່ງກ່າວໄດ້ຮັບການສ້າງຕັ້ງແຕ່ວັນທີ 23 ທັນວາ 1981, ໂດຍສະຫະພັນແມ່ຍິງ ບຸນກາຣີ ມອບໃຫ້ເດັກນ້ອຍ ຫວຽດນາມ, ເຊິ່ງເປັນຕົ້ນກຳເນີດຂອງໂຮງລ້ຽງເດັກ Dimitrov, ຂຶ້ນກັບ ຄະນະກຳມະການປົກປ້ອງແມ່ ແລະ ເດັກ.

