ວັນທີ 6 ກໍລະກົດ, ທ່ານ Emmanuel Macron ປະທານາທິບໍດີ ຝລັ່ງ ໄດ້ໄປຮອດ ຊີຣີ, ນີ້ແມ່ນການຢ້ຽມຢາມຄັ້ງທຳອິດຂອງປະມຸກລັດໃນສະຫະພາບ ເອີລົບ (EU) ຢູຊີຣີ ນັບແຕ່ອຳນາດການປົກຄອງຂອງທ່ານ Bashar Al-Assad ປະທານາທາບໍດີ ຖືກໂຄນຫຼົ້ມເມື່ອປີ 2024. ຕາມທ່ານປະທານາທິບໍດີ ຝລັ່ງແລ້ວ, ການຢ້ຽມຢາມຢັ້ງຢືນຄຳໝັ້ນສັນຍາຂອງປະເທດນີ້ຕໍ່ປະຊາຊົນ ຊີຣີ, ເພື່ອຊີຣີມີປະຊາທິປະໄຕ, ມີສະຖຽນລະພາບ, ເປັນເອກະພາບໃນຄວາມຫຼາກຫຼາຍ ແລະ ສັນຕິພາບກັບບັນດາປະເທດບ້ານໃກ້ເຮືອນຄຽງ. ທ່ານ Emmanuel Macron ໄດ້ຮັບການຕ້ອນຮັບຈາກທ່ານ Asaad Al-Shaibani ລັດຖະມົນຕີການຕ່າງປະເທດ ຊີຣີ ຢູ່ສະໜາມບິນ Damascus. ຫຼັງຈາກນັ້ນທ່ານ Emmanuel Macron ໄດ້ເຂົ້າຮ່ວມງານລ້ຽງ ແລະເຮັດວຽກກັບທ່ານປະທານາທິບໍດີ Ahmed Al-Sharaa ກ່ອນທີ່ຈະດຳເນີນການພົບປະຕ່າງໆໃນວັນທີ 7 ກໍລະກົດ.
ທ່ານປະທານາທິບໍດີ ຝລັ່ງຢ້ຽມຢາມ ຊີຣີ
[VOVWORLD] - ຕາມທ່ານປະທານາທິບໍດີ Emmanuel Macron ຝລັ່ງແລ້ວ, ການຢ້ຽມຢາມຢັ້ງຢືນຄຳໝັ້ນສັນຍາຂອງປະເທດນີ້ຕໍ່ປະຊາຊົນ ຊີຣີ, ເພື່ອຊີຣີມີປະຊາທິປະໄຕ, ມີສະຖຽນລະພາບ, ເປັນເອກະພາບໃນຄວາມຫຼາກຫຼາຍ ແລະ ສັນຕິພາບກັບບັນດາປະເທດບ້ານໃກ້ເຮືອນຄຽງ.
