ປະທານາທິບໍດີ ຟີລິບປິນ ພົບປະກັບນາຍົກລັດຖະມົນຕີ ຍີ່ປຸ່ນ ຢູ່ກອງປະຊຸມສຸດຍອດ ໃນເດືອນ ກັນຍາ 2022 (ພາບ: Taiwanews) |
ໃນນັ້ນ, ໜຶ່ງໃນບັນດາຂໍ້ຕົກລົງສຳຄັນ ເຊິ່ງ 2 ຝ່າຍມຸ່ງໄປເຖິງນັ້ນແມ່ນ ສົນທິສັນຍາຮ່ວມມືດ້ານປ້ອງກັນຊາດຮອບດ້ານລະຫວ່າງກຳລັງປ້ອງກັນ ຍີ່ປຸ່ນ ແລະ ກຳລັງປະກອບອາວຸດ ຟີລິບປິນ ເພື່ອສ້າງເງື່ອນໄຂສະດວກໃຫ້ແກ່ບັນດາການຊ້ອມຮົບຮ່ວມກ່ຽວກັບການຊ່ວຍເຫຼືອມະນຸດສະທຳ ແລະ ການຊ່ວຍເຫຼືອຜູ້ປະສົບເຄາະຮ້າຍຈາກໄພທຳມະຊາດ. ສົນທິສັນຍາ 6 ສະບັບອື່ນ ແມ່ນກ່ຽວຂ້ອງເຖິງຂົງເຂດຄົມມະນາຄົມຂົນສົ່ງ, ເຕັກໂນໂລຢີຂໍ້ມູນຂ່າວສານ ແລະ ສື່ມວນຊົນ, ການຮ່ວມມືດ້ານກະສິກຳ.
ຕາມກະຊວງການຕ່າງປະເທດ ຟີລິບປິນ ແລ້ວ, ສອງຝ່າຍກໍຄາດວ່າຈະເປີດກວ້າງການຮ່ວມມືດ້ານເສດຖະກິດ, ລວມທັງຂໍ້ຕົກລົງວ່າດ້ວຍການກູ້ຢືມທຶນຈາກ ຍີ່ປຸ່ນ ດ້ວຍມູນຄ່າປະມານ 400 ຕື້ ອຽນ (3 ຕື້ USD), ໜູນຊ່ວຍລະບົບລົດໄຟຂອງ ຟີລິບປິນ.
ຟ້າມຮ່າ - ນັກຂ່າວ VOV ປະຈຳ ອິນໂດເນເຊຍ.

