ທ່ານປະທານາທິບໍດີ ອີຢິບ Abdel – Fattah El – Sisi (ພາບ: TTXVN) |
ທີ່ກອງປະຊຸມສຸດຍອດກ່ຽວກັບການອຸປະຖຳໃຫ້ບັນດາພື້ນຖານເສດຖະກິດ ອາຟະລິກາ, ທ່ານປະທານາທິບໍດີ ອີຢິບ ຈະສຸມໃສ່ຫຼາຍຫົວຂໍ້ທີ່ແຕກຕ່າງກັນ ເຊິ່ງບັນດາປະເທດ ອາຟະລິກາ ມີຄວາມສົນໃຈ, ລວມມີຄວາມສຳຄັນຂອງການເພີ່ມທະວີບັນດາຄວາມມານະພະຍາຍາມສາກົນ ເພື່ອແນໃສ່ສ້າງເງື່ອນໄຂສະດວກໃຫ້ແກ່ບັນດາພື້ນຖານເສດຖະກິດໃນພາກພື້ນເຊື່ອມໂຍງເຂົ້າກັບພື້ນຖານເສດຖະກິດທົ່ວໂລກ, ກໍຄືສ້າງເງື່ອນໄຂສະດວກແກ່ການຖ່າຍທອດເຕັກໂນໂລຢີໃຫ້ບັນດາປະເທດ ອາຟະລິກາ.
ໃນຂອບເຂດການເດີນທາງໄປຢ້ຽມຢາມ ຝລັ່ງ ຄັ້ງນີ້, ທ່ານປະທານາທິບໍດີ ອີຢິບ Abdel – Fattah El – Sisi ແລະ ທ່ານປະທານາທິບໍດີ ຝລັ່ງ Emmanuel Macron ຈະປຶກສາຫາລືກ່ຽວກັບສາຍພົວພັນສອງຝ່າຍ. ການນຳສອງປະເທດດັ່ງກ່າວ ກໍຈະມີການແລກປ່ຽນກ່ຽວກັບບັນດາບັນຫາສາກົນ ເຊິ່ງສອງຝ່າຍມີຄວາມສົນໃຈອີກດ້ວຍ.

