ທ່ານປະທານາທິບໍດີ Joebiden ກໍຖະແຫຼງວ່າ ທຳນຽບຂາວ ຈະສືບຕໍ່ປະຕິບັດບັນດາຄວາມມານະພະຍາຍາມທາງການທູດ ເພື່ອຍົກຍ້າຍພົນລະເມືອງ ອາເມລິກາ ທີ່ປັດຈຸບັນຍັງຢູ່ ອາບການິດສະຖານ ອອກຈາກປະເທດນີ້ ຖ້າຫາກວ່າ ເຂົາເຈົ້າມີຄວາມຕ້ອງການ ແລະ ຢັ້ງຢືນວ່າ ຈະບໍ່ມີກຳນົດເວລາສຸດທ້າຍຕໍ່ການຍົກຍ້າຍນີ້. ຕາມທ່ານປະທານາທິບໍດີ Joe Biden ແລ້ວ, ເຖິງວ່າບັນດາພົນທະຫານ ອາເມລິກາ ໄດ້ອອກຈາກ ອາບການິດສະຖານ ແລ້ວກໍຕາມ, ແຕ່ອຳນາດການປົກຄອງຂອງທ່ານຈະມານະພະຍາຍາມເພື່ອຮັບປະກັນໃຫ້ ຕາລີບານ ເຄົາລົບບັນດາຄຳໝັ້ນສັນຍາຂອງເຂົາເຈົ້າ, ລວມທັງການສ້າງເງື່ອນໄຂໃຫ້ຜູ້ຄົນທີ່ຢາກອອກຈາກປະເທດອາຊີຕາເວັນຕົກສຽງໃຕ້ນີ້ໄດ້ຢ່າງປອດໄພ.

ທ່ານປະທານາທິບໍດີ Joe Biden ກໍກ່າວເຕືອນວ່າ ຍັງບໍ່ທັນສຳເລັດການໂຕ້ຕອບອົງການແຫ່ງລັດ ອິດສະລາມ ອ້າງຊື່ເອງຢູ່ ອາບການິດສະຖານ (ISIS – K), ກຸ່ມປະຕິບັດເຫດວາງລະເບີດສະຫຼະຊີບ ທີ່ເຮັດໃຫ້ພົນທະຫານ 13 ຄົນ ແລະ ສາມັນຊົນ ອາບການິດສະຖານປະມານ 170 ຄົນ ເສຍຊີວິດໃນວັນທີ 26 ສິງຫາ ຜ່ານມາ.

ຮຸຍຮວ່າງ - ນັກຂ່າວ VOV ປະຈຳ ອາເມລິກາ