ສະກຸນເງິນ ruble (ພາບປະກອບ: THX/TTXVN) |
ໃນການປະກາດຂອງຕົນ, ທ່ານປະທານາທິບໍດີ Putin ຊີ້ແຈ້ງວ່າ: “ເພື່ອຊື້ອາຍແກັດທຳມະຊາດຂອງ ລັດເຊຍ, ຝ່າຍຊື້ຕ້ອງເປີດບັນຊີດ້ວຍສະກຸນເງິນ ruble ໃນບັນດາທະນາຄານຂອງ ລັດເຊຍ. ຈາກບັນຊີດັ່ງກ່າວ, ບ້ວງຊຳລະຈະໄດ້ຮັບການປະຕິບັດເພື່ອຊື້ອາຍແກັດ ເລີ່ມແຕ່ວັນທີ 1 ເມສາເປັນຕົ້ນໄປ. ຖ້າຫາກວ່າ ບ້ວງເງິນຊຳລະດັ່ງກ່າວບໍ່ໄດ້ຮັບການປະຕິບັດ, ລັດເຊຍຈະຖືວ່າແມ່ນຄວາມຜິດຈາກຝ່າຍຊື້”.

