ທ່ານປະທານາທິບໍດີລັດເຊຍ Vladimir Putin (ພາບ: : AFP/TTXVN)

ຕາມປະມຸກລັດຂອງລັດເຊຍແລ້ວ, ປະລິມານການຂຸດຄົ້ນນ້ຳມັນອາຍແກັດຂອງລັດເຊຍ ນັບມື້ນັບຫຼາຍຂຶ້ນ. ທ່ານປະທານາທິບໍດີ Vladimir Putin ໃຫ້ຮູ້ວ່າ ປະລິມານຂຸດຄົ້ນນ້ຳມັນອາຍແກັດ ໃນເດືອນ ມິຖຸນານີ້ ບັນລຸ 10,7 ລ້ານຖັງ ຕໍ່ວັນ, ສູງກວ່າ 0,5 ລ້ານຖັງ ເມື່ອທຽບໃສ່ເດືອນກ່ອນໜ້ານັ້ນ. ພ້ອມດຽວກັນນັ້ນ, ທ່ານປະທານາທິບໍ ລັດເຊຍ ກໍໄດ້ກ່າວເຕືອນເລື່ອງ ຝ່າຍຕາເວັນຕົກສືບຕໍ່ຈັດວາງມາດຕະການຈຳກັດ ອາດຈະກໍ່ຜົນຕາມມາທີ່ຮ້າຍແຮງຕໍ່ພື້ນຖານເສດຖະກິດທົ່ວໂລກ.