ທ່ານປະທານາທິບໍດີ ລັດເຊຍ Vladimir Putin ໄດ້ຖະແຫຼງວ່າ ລັດເຊຍ ເຈລະຈາແບບທາງໄກ ກັບ ທ່ານປະທານາທິບໍດີ ອາເມລິກາ Joe Biden (ພາບ: Sputnik)

ກ່າວຄຳເຫັນຕໍ່ວົງການນັກຂ່າວ, ທ່ານປະທານາທິບໍດີ Putin ຕີລາຄາວ່າ ການເຈລະຈາດັ່ງກ່າວໄດ້ດຳເນີນຢ່າງ “ເປີດອົກເປີດໃຈ ແລະ ມີລັກສະນະສ້າງສັນ”, ໃນນັ້ນສິ່ງສຳຄັນແມ່ນ ອາດສາມາດຮັກສາການການເຈລະຈາລະຫວ່າງສອງຝ່າຍໄດ້. ທ່ານເນັ້ນໜັກວ່າ ລັດເຊຍ ມີນະໂຍບາຍທາງການທູດແບບສັນຕິ, ແຕ່ກໍ່ມີສິດປົກປ້ອງຄວາມໝັ້ນຄົງແຫ່ງຊາດ.

ວັນທີ 7 ທັນວາ ທ່ານປະທານາທິບໍດີ Vladimir Putin ແລະ ທ່ານປະທານາທິບໍດີ ອາເມລິກາ Joe Biden ໄດ້ດຳເນີນການເຈລະຈາທາງໄກ ໃນເວລາກ່ວາ 2 ຊົ່ວໂມງ ດ້ວຍຫົວຂໍ້ຫຼັກແມ່ນສະພາບການຢູ່ ຢູແກຼນ. ນອນຈາກນັ້ນ, ການນຳສອງທ່ານກໍ່ໄດ້ປຶກສາຫາລືກ່ຽວກັບການພົວພັນສອງຝ່າຍ, ຄວາມໝັ້ນຄົງທາງເຄືອຂ່າຍອິນເຕີເນັດ ແລະ ຂໍ້ຕົກລົງດ້ານນິວເຄຼຍອີຣານ.