ນ Frank- Walter Steinmeier ປະທານາທິບໍດີ ສ.ສະຫະພັນເຢຍລະມັນ (ພາບ: DW)

ວັນທີ 18 ມັງກອນ, ກະຊວງການຕ່າງປະເທດ ຫວຽດນາມ ໄດ້ອອກແຈ້ງການໂດຍໃຫ້ຮູ້ວ່າ ທ່ານ Frank- Walter Steinmeier ປະທານາທິບໍດີ ສ.ສະຫະພັນເຢຍລະມັນ ແລະ ພັນລະຍາຈະໄປຢ້ຽມຢາມທາງລັດຖະກິດ ຢູ່ ຫວຽດນາມ ໃນລະຫວ່າງວັນທີ 23 – 24 ມັງກອນ. ການຢ້ຽມຢາມໄດ້ຮັບການປະຕິບັດຕາມຄຳເຊື້ອເຊີນຂອງທ່ານປະທານປະເທດ ສສ.ຫວຽດນາມ ຫວໍວັນເຖືອງ ແລະ ພັນລະຍາ.